ທ່ານສີຈິ້ນຜິງເນັ້ນຄວາມໝາຍສຳຄັນຂອງວຽກງານຄູ-ອາຈານ

2023-09-10 19:44:20 CRI

   ວັນທີ 10 ກັນຍາ2023 ເປັນວັນຄູແຫ່ງຊາດຈີນຄົບຮອບ39ປີ. ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ18ຂອງພັກກອມມູນິດຈີນເມື່ອປີ2012ເປັນຕົ້ນມາ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ວຽກງານຄູ-ອາຈານໂດຍເພິ່ນໄດ້ເນັ້ນໜັກເຖິງຄວາມໝາຍຄວາມສຳຄັນຂອງວຽກງານດ້ານນີ້ຫຼາຍເທື່ອໃນໂອກາດຕ່າງໆ.

 

   ວັນທີ 15 ເມສາ2019, ທ່ານສີຈິ້ນຜິງໄດ້ເດີນທາງເປັນເວລາ3ຊົ່ວໂມງປາຍໂດຍໄດ້ປ່ຽນພາຫະນະສາມຢ່າງຄື ເຮືອບິນ ລົດໄຟແລະລົດຍົນຈຶ່ງໄປເຖິງບ້ານຮວາຊີຕາແສງຈົ່ງຢີ້ເມືອງປົກຄອງຕົນເອງເຜົ່າຖູເຈ່ຍສືຈູ້ກຳແພງນະຄອນຈຸ່ງກິ່ງເພື່ອດຳເນີນການສຳຫຼວດກວດກາວຽກງານ. ບ່ອນທຳອິດທີ່ເພິ່ນແຂ່ງຝົນຝອຍຍາມລະດູໃບໄມ້ປົ່ງໄປຢ້ຽມຢາມນັ້ນແມ່ນໂຮງຮຽນປະຖົມຕາແສງຈົ່ງຢີ້.

 

   ຢູ່ເດີ່ນກິລາຂອງໂຮງຮຽນ,ທ່ານສີຈິ້ນຜິງໄດ້ໂອ້ລົມກັບບັນດາຄູສອນໂດຍສອບ ຖາມດ້ວຍຄວາມເອົາໃຈໃສ່ວ່າ: “ເປັນຄູສອນລົງພື້ນຖານມາໄດ້ດົນປານໃດແລ້ວ?” “ເງິນເດືອນດຽວນີ້ເມື່ອທຽບໃສ່ເຂດເທສະບານເມືອງແລະຕ່າງຖິ່ນເປັນຄືແນວໃດ?” “ດົນປານໃດຈຶ່ງເມືອຢາມບ້ານເທື່ອໜຶ່ງ?” ຄຳຖາມທີ່ເຕັມໄປດ້ວຍຄວາມຮັກແພງ ຂອງທ່ານສີຈິ້ນຜິງໄດ້ເຮັດໃຫ້ບັນດາຄູສອນຮູ້ສຶກອົບອຸ່ນໃຈເປັນພິເສດ.

 

ນາງ ມ໋າຢິງຊຸ້ຍ ຄູສອນປະຈຳບ້ານ ອາຍຸ30ປາຍປີໄດ້ບອກທ່ານສີຈິ້ນຜິງໃຫ້ຮູ້ວ່າ: ຫຼັງຈາກຮຽນຈົບມະຫາວິທະຍາໄລສ້າງຄູແລ້ວ, ນາງໄດ້ກັບຄືນບ້ານເປັນຄູສອນໂຮງຮຽນປະຖົມຕາແສງຈົ່ງຢີ້ ເຊິ່ງເປັນໂຮງຮຽນເກົ່າຂອງຕົນ, ມາເຖິງປັດຈຸບັນໄດ້ເຮັດວຽກເຖິງ 17ປີແລ້ວ. ທ່ານສີຈິ້ນຜິງໄດ້ຍ້ອງຍໍນາງວ່າ: “ຂ້າພະເຈົ້າຫວັງແຕ່ຈະໄດ້ເຫັນກຸ່ມຄູສອນປະຈຳບ້ານຊົນນະບົດທີ່ຕັ້ງຫຼັກປັກຖານຢູ່ທີ່ແຫ່ງນີ້ຄືພວກສະຫາຍທີ່ບຳລຸງສ້າງຄົນຮຸ່ນຫຼັງທີ່ດີເດັ່ນເຫຼົ່ານີ້ເພື່ອບ້ານເກີດເມືອງນອນ ເພື່ອປະເທດຊາດພວກເຮົາ, ວຽກງານຂອງພວກສະຫາຍແມ່ນມີຄຸນປະໂຫຍດຫຼາຍ.”

 

ທ່ານສີຈິ້ນຜິງໄດ້ປະຕິບັດຕົວຈິງມາໂດຍຕະຫຼອດໃນການເຄົາລົບນັບຖືຄູ-ອາຈານ, ມີສາຍຕາເບິ່ງກວ້າງມອງໄກ,ເຮັດໃຫ້ອາຊີບຄູ-ອາຈານກາຍເປັນອາຊີບທີ່ຄົນທັງຫຼາຍສະອອນນຳ, ເປັນອາຊີບທີ່ໄດ້ຮັບຄວາມເຄົາລົບນັບຖືທີ່ສຸດໃນທົ່ວສັງຄົມ.

 

ນັບຕັ້ງແຕ່ຕອນເຮັດວຽກຢູ່ຂັ້ນທ້ອງຖິ່ນ, ທ່ານສີຈິ້ນຜິງແມ່ນສຸດທີ່ໃຫ້ຄວາມສຳຄັນຕໍ່ວຽກງານການສຶກສາແລະເອົາໃຈໃສ່ຖັນແຖວຄູ-ອາຈານ. ເດືອນຕຸລາປີ1983, ທ່ານສີຈິ້ນຜິງຫາກໍໄປເຮັດວຽກຢູ່ເມືອງເຈີ້ງຕິ້ງແຂວງເຫີເປີຍໄດ້ບໍ່ດົນ, ເພິ່ນໄດ້ສະເໜີອອກມາວ່າ: ການປະຕິຮູບດ້ານການສຶກສາ ຕ້ອງດຳເນີນໄປຢ່າງເປັນລະບຽບ. ພາຍໃຕ້ການຊີ້ນຳຈາກຫຼັກການນີ້, ເມືອງເຈີ້ງຕິ້ງໄດ້ຄົ້ນຄວ້າແລະສ້າງເອກະສານຕ່າງໆເຊັ່ນ: “ຄວາມເຫັນວ່າດ້ວຍການປະຕິຮູບດ້ານການສຶກສາຢູ່ຊົນນະບົດ”ເປັນຕົ້ນ, ໂດຍໄດ້ຈັດເອົາມາດຕະຖານເງິນເດືອນຂອງຄູສອນຢູ່ໂຮງຮຽນເອກະຊົນເຂົ້າໃນລະບົບເງິນເດືອນຂອງພະນັກງານລັດ ພ້ອມທັງໄດ້ໃຊ້ແທນຄືນເງິນເດືອນຄູສອນທີ່ຕິດໜີ້ໄວ້ໃນເມື່ອກ່ອນໃຫ້ຄົບຈຳນວນ. ການປະຕິຮູບແບບແກ້ໄຂຈຸດອ່ອນໂດຍກົງ ປະຕິບັດມາດຕະການຢ່າງຖືກເປົ້າໝາຍ, ເຊິ່ງເຮັດໃຫ້ຄູສອນອັນມະຫາສານໂດຍສະເພາະແມ່ນບັນດາຄູສອນຢູ່ໂຮງຮຽນເອກະຊົນຮູ້ສຶກມີກຳລັງແຮງໃຈຫຼາຍຂຶ້ນ ແລະວຽກງານການສຶກສາກໍໄດ້ຮັບການພັດທະນາຂຶ້ນສູ່ຈຸດສູງ.

 

ຫຼັງຈາກຂຶ້ນໄປເຮັດວຽກຢູ່ຂັ້ນສູນກາງແລ້ວ, ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ຄູ-ອາຈານອັນມະຫາສານຢ່າງສະເໝີຕົ້ນສະເໝີປາຍ ໂດຍເພິ່ນໄດ້ເປັນແບບຢ່າງໃນການສ້າງແບບແຜນທີ່ດີແຫ່ງການເຄົາລົບນັບຖືຄູ-ອາຈານແລະໃຫ້ຄວາມສຳຄັນຕໍ່ວຽກງານການສຶກສາມາໂດຍຕະຫຼອດ.

 



ເດືອນກຸມພາປີ2021, ໃນພິທີຍ້ອງຍໍແລະສະຫຼຸບຜົນງານບັ້ນລຶບລ້າງຄວາມ ທຸກຍາກທົ່ວປະເທດຈີນ, ທ່ານສີຈິ້ນຜິງໄດ້ມອບຫຼຽນກາໃຫ້ທ່ານນາງ ຈ່າງກຸ້ຍເມີຍ ເລຂາໜ່ວຍພັກ ຜູ້ອຳນວຍການໂຮງຮຽນມັດທະຍົມຕອນປາຍເພດຍິງຮວາຜິງນະຄອນລີ້ຈ່ຽງແຂວງຢູນນານ. ຄູຜູ້ນີ້ປຽບເໝືອນ “ໄຟຟ້າທ່າມກາງຮ່ອມພູ” ໄດ້ສົ່ງແສງສະຫວ່າງໃຫ້ກັບອະນາຄົດຂອງເດັກຍິງ ໂດຍເພິ່ນໄດ້ຊ່ວຍເດັກຍິງຈາກຄອບຄົວທຸກຍາກຢູ່ເຂດພູດອຍເກືອບ2.000ຄົນບັນລຸຄວາມໃຝ່ຝັນແຫ່ງການເສັງເຂົ້າມະຫາວິທະຍາໄລ. ເວລາມອບຫຼຽນກາ, ທ່ານສີຈິ້ນຜິງໄດ້ກົ້ມຫົວລົງເວົ້າຄ່ອຍໆກັບຄູຈ່າງກຸ້ຍເມີຍທີ່ນັ່ງລໍ້ຍູ້ດ້ວຍຄວາມເປັນຫ່ວງວ່າ: “ຮັກສາສຸຂະພາບເດີ” ຫຼັງຈາກນັ້ນ ໃນເວລາກ່າວຄຳປາໄສໃນພິທີດັ່ງກ່າວ, ທ່ານສີຈິ້ນຜິງຍັງໄດ້ກ່າວເປັນພິເສດເຖິງເລື່ອງລາວຂອງທ່ານນາງຈ່າງກຸ້ຍເມີຍທີ່ໄດ້ອຸທິດຕົນເພື່ອວຽກງານຫຼຸດຜ່ອນຄວາມທຸກຍາກດ້ວຍການສຶກສາແລະນຳເອົາຄວາມຫວັງມາສູ່ເດັກຍິງເຂດພູດອຍ, ພ້ອມທັງຍ້ອງຍໍສັນລະເສີນຕໍ່ຜົນງານທີ່ພົ້ນເດັ່ນຂອງນາງຕື່ມອີກ.

 

ຢູ່ໃນໃຈຂອງທ່ານສີຈິ້ນຜິງ, ຄູ-ອາຈານມີຖານະເປັນກຽດທີ່ສຸດ, ສະນັ້ນຕ້ອງເຮັດໃຫ້ຄູ-ອາຈານທັງຫຼາຍສາມາດເຮັດວຽກການສຶກສາດ້ວຍຄວາມອຸ່ນອຽນທຸ່ນທ່ຽງ,ມີຄວາມກະຕືລືລົ້ນ,ມີຄວາມສະບາຍໃຈແລະມີຈິດໃຈທີ່ສະຫງົບ.

 



  ໃນເວລາທີ່ຢ້ຽມຢາມມະຫາວິທະຍາໄລປັກກິ່ງ, ທ່ານສີຈິ້ນຜິງໄດ້ສອບຖາມສາສະດາຈານ ທ່າງຢີ່ເຈ້ ນັກປັດຊະຍາຜູ້ມີຊື່ສຽງ ທີ່ມີອາຍຸ87ປີໃນເວລານັ້ນວ່າ ມີຄວາມຫຍຸ້ງຍາກແລະມີຄວາມຕ້ອງການຫຍັງ? ໃນເວລາລົງເຄື່ອນໄຫວຢ້ຽມຢາມໂຮງຮຽນປະຖົມຄວາມຫວັງຟູໂຈ່ວຢາງເຈ່ຍຫຼິ້ງນະຄອນຢຽນອ່ານແຂວງສ້ານຊີ່, ທ່ານສີຈິ້ນຜິງໄດ້ສອບຖາມດ້ວຍຄວາມເປັນຫ່ວງວ່າ ສະຫວັດດີການຂອງຄູເປັນແນວໃດ? ໃນເວລາຢ້ຽມຢາມມະຫາວິທະຍາໄລປະຊາຊົນຈີນ, ເພິ່ນໄດ້ສົ່ງເສີມໃຫ້ບັນດາອາຈານຈົ່ງເປັນ “ອາຈານໃຫຍ່”ສຳລັບນັກສຶກສາໃນການຄົ້ນຄວ້າຮ່ຳຮຽນ,ການປະຕິບັດງານ, ການສ້າງຄຸນສົມບັດ…     

 

 ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ18ຂອງພັກກອມມູນິດຈີນມານີ້, ສູນກາງພັກກອມມູນິດຈີນທີ່ມີສະຫາຍສີຈິ້ນຜິງເປັນແກນກາງໄດ້ຖືເອົາ ຄູ-ອາຈານເປັນຊັບພະຍາກອນມະນຸດອັນດັບໜຶ່ງສຳລັບການພັດທະນາດ້ານການສຶກສາດ້ວຍຄຸນນະພາບສູງ, ຖືເອົາວຽກງານຄູ-ອາຈານໄວ້ຢູ່ໃນລະດັບສູງດ້ານການເມືອງແບບບໍ່ເຄີຍມີມາກ່ອນ, ຖືເອົາການກໍ່ສ້າງຖັນແຖວຄູ-ອາຈານໄວ້ຢູ່ໃນຖານະຍຸດທະສາດທີ່ສຳຄັນ ໂດຍໄດ້ວາງແຜນນະໂຍບາຍສຳຄັນຕ່າງໆຄື:

 

ນັບຕັ້ງແຕ່ປີ2017 ທີ່ຈີນໄດ້ກ້າວເຂົ້າສູ່ຍຸກໃໝ່ແຫ່ງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນເປັນຕົ້ນມາ, ແຫ່ງຕ່າງໆຂອງຈີນໄດ້ບັນລຸເປົ້າໝາຍທີ່ລະດັບເງິນເດືອນສະເລ່ຍຂອງຄູສອນການສຶກສາພາກບັງຄັບຄືໂຮງຮຽນປະຖົມ ແລະມັດທະຍົມຕອນຕົ້ນບໍ່ຕ່ຳກວ່າລະ ດັບເງິນເດືອນສະເລ່ຍຂອງລັດຖະກອນທ້ອງຖິ່ນໂດຍພື້ນຖານ, ສະຖານະພາບແລະສະຫວັດດີການຂອງຄູໄດ້ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.

 

ຈີນໄດ້ອອກແຮງປະຕິບັດ “ແຜນການອົບຮົມລະດັບຊາດສຳລັບຄູສອນຊັ້ນປະຖົມ-ມັດທະຍົມ”, ໄດ້ເຜີຍແຜ່ “ຄວາມເຫັນວ່າດ້ວຍການລົງເລິກປະຕິຮູບການກໍ່ສ້າງຖັນແຖວຄູສອນໃນຍຸກໃໝ່ຢ່າງຮອບດ້ານ” ໂດຍຈັດສັນການປະກວດຕຳແໜ່ງວິຊາການລະດັບສາສະດາຈານຢູ່ໂຮງຮຽນປະຖົມແລະມັດທະຍົມ ເຊິ່ງໄດ້ອຳນວຍຄວາມສະດວກໃຫ້ແກ່ການພັດທະນາອາຊີບຄູ.

 

ນອກນີ້, ຈີນຍັງໄດ້ສ້າງຕັ້ງລະບົບຍ້ອງຍໍແລະໃຫ້ກຽດຕິຍົດແກ່ຄູ-ອາຈານໂດຍມີ “ນັກການສຶກສາປະຊາຊົນ”, “ຄູ-ອາຈານຕົວແບບແຫ່ງຊາດ” ແລະ “ຄູ-ອາຈານດີເດັ່ນແຫ່ງຊາດ” ເປັນຕົວແທນ, ທົ່ວສັງຄົມມີບັນຍາກາດແຫ່ງການເຄົາລົບນັບຖືຄູ-ອາຈານແລະໃຫ້ຄວາມສຳຄັນຕໍ່ວຽກງານການສຶກສານັບມື້ນັບພົ້ນເດັ່ນຂຶ້ນ.

 

ໃນໂອກາດກົມການເມືອງສູນກາງພັກກອມມູນິດຈີນດຳເນີນການຮ່ຳຮຽນລວມໝູ່ຄັ້ງທີ5ກ່ຽວກັບການສ້າງປະເທດເຂັ້ມແຂງດ້ານການສຶກສາເມື່ອເດືອນພຶດສະພາປີ2023, ທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ: ຕ້ອງສົ່ງເສີມແບບແຜນສັງຄົມທີ່ເຄົາລົບນັບຖືຄູ-ອາຈານແລະໃຫ້ຄວາມສຳຄັນຕໍ່ວຽກງານການສຶກສາ, ຍົກສູງຖານະທາງການເມືອງ, ຖານະທາງສັງຄົມແລະຖານະທາງອາຊີບຂອງຄູ-ອາຈານ, ເຮັດໃຫ້ອາຊີບຄູ-ອາຈານກາຍເປັນໜຶ່ງໃນບັນດາອາຊີບທີ່ໄດ້ຮັບຄວາມເຄົາລົບນັບຖືຫຼາຍທີ່ສຸດຢູ່ໃນສົງຄົມ, ສະໜັບສະ ໜູນ ແລະດຶງດູດບຸຄະລາກອນຜູ້ດີເດັ່ນເຂົ້າມາເຮັດວຽກການສຶກສາດ້ວຍຄວາມກະຕືລືລົ້ນແລະຄວາມເອົາໃຈໃສ່ເປັນຢ່າງສູງ, ເຮັດວຽກການສຶກສາຢ່າງຍາວນານແລະເຮັດຕະຫຼອດຊີວິດ.

 

ທ່ານສີຈິ້ນຜິງເຄີຍກ່າວວ່າ: “ນັກຮຽນນັກສຶກສາໃນມື້ນີ້ຄືກຳລັງຫຼັກແຫຼ່ງເພື່ອບັນລຸຄວາມໃຝ່ຝັນແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນໃນອະນາຄົດ,ຄູ-ອາຈານອັນມະຫາສານຄືຜູ້ກໍ່ສ້າງ ‘ກຳລັງແຫ່ງຄວາມໃຝ່ຝັນ’ຂອງປະຊາ ຊາດຈີນ.” ຢູ່ຈີນ, ພາຍໃຕ້ການເອົາໃຈໃສ່ແລະຊຸກຍູ້ສົ່ງເສີມຂອງທ່ານສີຈິ້ນຜິງ, ສະພາບການທີ່ດີຄື ບຸຄະລາກອນຜູ້ດີເດັ່ນໄດ້ຍາດກັນເຂົ້າມາເຮັດວຽກການສຶກສາ, ບັນດາຄູ-ອາຈານຕ່າງກໍໄດ້ເສີມຂະຫຍາຍຄວາມຮູ້ຄວາມສາມາດຂອງຕົນ, ຄູ-ອາຈານຜູ້ດີເດັ່ນໄດ້ປາກົດອອກຢ່າງບໍ່ຢຸດຢັ້ງນັ້ນພວມຈໍ່ຕົວຂຶ້ນເທື່ອລະກ້າວ.