ສະຫະພາບອາຟຣິກາເຂົ້າເປັນສະມາຊິກກຸ່ມ G20 ຢ່າງເປັນທາງການ

2023-09-11 11:13:22 CRI

ວັນທີ 9 ກັນຍານີ້ຕາມເວລາທ້ອງຖິ່ນ, ໃນກອງປະຊຸມສຸດຍອດຄັ້ງທີ 18 ຂອງຜູ້ນຳ G20 ທີ່ຈັດຂຶ້ນຢູ່ນະຄອນຫຼວງນິວແດນລີຂອງອິນເດຍ, ສະຫະພາບອາຟຣິກາເຂົ້າເປັນສະມາຊິກກຸ່ມ G20 ຢ່າງເປັນທາງການ.

ຈີນແມ່ນປະເທດທຳອິດທີ່ສະແດງທ່າທີສະໜັບສະໜູນສະຫະພາບອາຟຣິກາເຂົ້າເປັນສະມາຊິກກຸ່ມ G20 ພ້ອມທັງສະໜັບສະໜູນສະຫະພາບອາຟຣິກາເສີມຂະຫຍາຍບົດບາດຫຼາຍກວ່າເກົ່າເຂົ້າໃນການບໍລິຫານໂລກ.