ຍີ່ປຸ່ນຄວນຮັບປະກັນໃຫ້ນ້ຳປົນເປື້ອນລັງສີນິວເຄຣຍທີ່ປ່ອຍລົງສູ່ທະເລນັ້ນຖືກກັບມາດຕະຖານສາກົນ

2023-09-11 16:32:28 cri

    ນັບແຕ່ຍີ່ປຸ່ນເລີ່ມປ່ອຍນ້ຳປົນເປື້ອນລັງສີນິວເຄຣຍລົງສູ່ທະເລໃນວັນທີ 24 ສິງຫາແລ້ວນີ້ເປັນຕົ້ນມາ, ນ້ຳປົນເປື້ອນລັງສີນິວເຄຣຍຮອບທີໜຶ່ງປະມານ 7.800 ໂຕນໄດ້ປ່ອຍລົງສູ່ທະເລໃນຕອນບ່າຍວັນທີ 11 ກັນຍານີ້. ລາຍລະອຽດດ້ານການປ່ອຍນ້ຳປົນເປື້ອນລັງສີນິວເຄຣຍຮອບທີ 2 ຈະເປີດເຜີຍໃນທ້າຍເດືອນນີ້. ຄຽງຄູ່ກັບການປ່ອຍນ້ຳປົນເປື້ອນລັງສີນິວເຄຣຍລົງສູ່ທະເລ, ຈຳນວນການສົ່ງອອກຜະລິດຕະພັນສັດນ້ຳຂອງຍີ່ປຸ່ນໄດ້ຫຼຸດລົງ, ລາຄາຜະລິດຕະພັນສັດນ້ຳສ່ວນໜຶ່ງຂອງຍີ່ປຸ່ນກໍໄດ້ຫຼຸດລົງ. ພ້ອມກັນນັ້ນ, ການປ່ອຍນ້ຳປົນເປື້ອນລັງສີນິວເຄຣຍລົງສູ່ທະເລຂອງຍີ່ປຸ່ນຍັງໄດ້ສ້າງຜົນສະທ້ອນຢ່າງໃຫຍ່ຫຼວງໃຫ້ແກ່ຂະແໜງການທ່ອງທ່ຽວຂອງຍີ່ປຸ່ນ, ນັບແຕ່ທ້າຍເດືອນສິງຫາຫາຕົ້ນເດືອນກັນຍາ, ມີນັກທ່ອງທ່ຽວຮ້ອຍກວ່າຄົນໄດ້ຍົກເລີກແຜນການໄປພັກເຊົາຢູ່ນະຄອນຟຸຄຸຊິມະ. ປັດຈຸບັນ, ປະຊາຊົນໃນແຫ່ງຕ່າງໆຂອງຍີ່ປຸ່ນຍັງສືບຕໍ່ຄັດຄ້ານລັດຖະບານຍີ່ປຸ່ນໃນການປ່ອຍນ້ຳປົນເປື້ອນລັງສີນິວເຄຣຍລົງສູ່ທະເລ.

ນ້ຳປົນເປື້ອນລັງສີນິວເຄຣຍທີ່ລັດຖະບານຍີ່ປຸ່ນປ່ອຍລົງສູ່ທະເລນັ້ນແມ່ນໄດ້ຜ່າການບຳບັດ, ແຕ່ວ່ານ້ຳເຫຼົ່ານີ້ຍັງໄດ້ມີລັງສີນິວເຄຣຍຈຳນວນຫຼວງຫຼາຍ, ລັງສີນິວເຄຣຍເຫຼົ່ານີ້ບໍ່ພຽງແຕ່ເປັນໄພຂົ່ມຂູ່ທີ່ແຝງຢູ່ຕໍ່ສຸຂະພາບຂອງມະນຸດເທົ່ານັ້ນ, ຫາກຍັງຈະທຳລາຍສະພາບນິເວດທາງທະເລເປັນໄລຍະຍາງອີກດ້ວຍ. ພ້ອມກັນນັ້ນ, ນ້ຳປົນເປື້ອນລັງສີນິວເຄຣຍທີ່ປ່ອຍລົງສູ່ທະເລຈະສ້າງຜົນສະທ້ອນຢ່າງໃຫຍ່ຕໍ່ຂະແໜງການການປະມົງ ແລະ ຂະແໜງການທ່ອງທ່ຽວຂອງໂລກ. ນອກນີ້,

ການໝູນວຽນຂອງອາກາດອາດຈະເຮັດໃຫ້ນ້ຳປົນເປື້ອນລັງສີນິວເຄຣຍລະເຫີຍເຂົ້າໃນເມກເຝື້ອ ແລ້ວຕົກລົງຢູ່ທຸກແຫ່ງໃນໂລກ, ແລະຄວາມສ່ຽງແຝງຊ້ອນຍາກທີ່ຈະປະເມີນໄດ້.

ໃນກອງປະຊຸມສຸດຍອດ G20 ທີ່ຈັດຂຶ້ນໃນຫວ່າງມໍ່ໆມານີ້, ຜູ້ນຳຂອງປະເທດຕ່າງໆໄດ້ກ້າວເຖິງຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບບັນຫາການປ່ອຍນ້ຳປົນເປື້ອນລັງສີນິວເຄຣຍລົງສູ່ທະເລຂອງຍີ່ປຸ່ນ, ໂດຍຮຽກຮ້ອງໃຫ້ລັດຖະບານຍີ່ປຸ່ນຈົ່ງເປີດເຜີຍຢ່າງໂປ່ງໃສ ແລະ ດຳເນີນຢ່າງການປະເມີນວິທະຍາສາດໃນດ້ານການປ່ອຍນ້ຳປົນເປື້ອນລັງສີນິວເຄຣຍ, ເພື່ອຮັບປະກັນບໍ່ໃຫ້ການກະທຳປ່ອຍນ້ຳປົນເປື້ອນລັງສີນິວເຄຣຍລົງສູ່ທະເລເຊິ່ງຈະສ້າງຄວາມເສຍຫາຍທີ່ປ່ຽນແປງບໍ່ໄດ້ຕໍ່ສິ່ງແວດລ້ອມ ແລະ ສຸຂະພາບຂອງມະນຸດ.

ແຕ່ໃດມາ, ລັດຖະບານຍີ່ປຸ່ນກໍເອີ້ນຕົນເອງວ່າ: “ປົກຄອງທະເລຕາມກົດໝາຍ”, ແຕ່ວ່າລັດຖະບານຍີ່ປຸ່ນໄດ້ປ່ອນນ້ຳປົນເປື້ອນລັງສີນິວເຄຣຍລົງສູ່ທະເລໂດຍບໍ່ເອົາຫົວຊາການຄັດຄ້າຂອງປະເທດຕ່າງໆ, ໄດ້ຢຽບຢ່ຳນ້ຳໃຈການປົກຄອງຕາມກົດໝາຍ, ທັງໄດ້ສະແດງໃຫ້ເຫັນຄວາມໜ້າຊື່ໃຈຄົດຂອງແນວຄວາມຄິດ “ປົກປັກຮັກສາທະເລ” ຂອງຍີ່ປຸ່ນ, ເຊິ່ງເປັນການກະທຳທີ່ບໍ່ມີຄວາມຮັບຜິດຊອບທີ່ສຸດ. ຫວັງວ່າລັດຖະບານຍີ່ປຸ່ນໃນເວລາວາງແຜນການປ່ອຍນ້ຳປົນເປື້ອນລັງສີນິວເຄຣຍຮອບທີສອງ, ຈະສາມາດປະຕິບັດມາດຕະການທີ່ມີປະສິດທິຜົນຢ່າງແທ້ຈິງ, ຮັບປະກັນໃຫ້ນ້ຳທີ່ປ່ອຍລົງສູ່ທະເລນັ້ນຖືກກັບມາດຕະຖານສາກົນ ແລະ ຫຼຸດຜ່ອນຜົນສະທ້ອນຕໍ່ສິ່ງແວດລ້ອມ ແລະ ສຸຂະພາບຂອງມະນຸດໃນບໍລິເວນກວ້າງທີ່ສຸດ. ພ້ອມກັນນັ້ນ, ລັດຖະບານຍີ່ປຸ່ນຄວນຕັ້ງໜ້າຊຸກຍູ້ການຄົ້ນຄວ້າພັດທະນາເຕັກນິກ ແລະ ຍົກລະດັບຂອງອຸດສາຫະກຳ, ຊອກຫາວິທີພັດທະນາດ້ວຍພະລັງງານທີ່ສາມາດເປັນມິດກັບສິ່ງແວດລ້ອມ ແລະ ແບບຍືນຍົງ, ແລະແກ້ໄຂບັນຫາມົນລະຜິດນິວເຄຣຍຈາກຕົ້ນກຳເນີດ.