ເປີດເຜີຍ “ເມືອງແຫ່ງສະເໜ່”ຂອງງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ20

2023-09-11 11:31:18 cri



   ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ20ຈະຈັດຂຶ້ນລະຫວ່າງວັນທີ 16-19ກັນຍານີ້ຢູ່ນະຄອນໜານໜິງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ. ການວາງສະແດງ “ເມືອງແຫ່ງສະເໜ່”ເປັນຈຸດທີ່ບໍ່ຄວນພາດແລະໄດ້ຮັບຄວາມນິຍົມເປັນຢ່າງສູງໃນງານວາງສະແດງສິນຄ້າຈີນ-ອາຊຽນທຸກຄັ້ງຜ່ານມາ, ເຊິ່ງເຮັດໃຫ້ຜູ້ຊົມສາມາດສຳຜັດກັບມົນສະເໜ່ຂອງຕົວເມືອງຢູ່ຈີນແລະບັນດາປະເທດໃນອາຊຽນໂດຍຜ່ານງານວາງສະແດງຄັ້ງດຽວໄດ້ເລີຍ.

   ຕາມແຫຼ່ງຂ່າວຈາກກອງເລຂາງານວາງສະແດງສິນຄ້າຈີນ-ອາຊຽນໃຫ້ຮູ້ວ່າ:  “ເມືອງແຫ່ງສະເໜ່”ຂອງງານວາງສະແດງຄັ້ງນີ້ປະກອບມີ ນະຄອນຫາງໂຈ່ວ ສປ ຈີນ, ນະຄອນຫຼວງບານດາເຊຣີເບກາວານ ປະເທດບຣູໄນ, ນະຄອນຫຼວງພະນົມເປັນປະເທດກຳປູເຈຍ, ແຂວງກາລີມານຕັນເທັນກາປະເທດອິນໂດເນເຊຍ, ນະຄອນມານດາເລປະເທດມຽນມາ,ນະຄອນທູເກກາຣາວ ປະເທດຟີລິບປິນ, ສິງກະໂປ, ແຂວງຈັນທະບຸຣີ ປະເທດໄທ, ແຂວງເຊິນລາປະເທດຫວຽດນາມ, ສ່ວນປະເທດລາວຈະຈັດການວາງສະແດງໂຮມສູນ “ເມືອງແຫ່ງສະເໜ່” ໃນງານວາງສະແດງທຸກຄັ້ງຜ່ານມາ, ປະເທດມາເລເຊຍຈະຈັດການວາງສະແດງການທ່ອງທ່ຽວ, ວັດທະນະທຳແລະການພັດທະນາດ້ານຂະແໜງການບິນ.