ຈີນຍິນດີເພີ່ມທະວີການຮ່ວມມືດ້ານການເກັບກູ້ລະເບີດກັບປະເທດແລະພາກພື້ນທີ່ກ່ຽວຂ້ອງຕື່ມອີກ

2023-09-12 11:12:15 CRI

 

   ຫວ່າງມໍ່ໆມານີ້, ການຮ່ວມມືດ້ານການເກັບກູ້ລະເບີດຖືກຮັບຮອງຈັດເຂົ້າໃນ “ບັນຊີລາຍຊື່ຂໍ້ລິເລີ່ມວ່າດ້ວຍການຮ່ວມມືຂອງກອງປະຊຸມຜູ້ນຳການຮ່ວມມືອາຊີຕາເວັນອອກຕ່າງໆ” ຢ່າງເປັນທາງການ. ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຢືນຢັນໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 11 ກັນຍານີ້ວ່າ: ກັບລະເບີດ ແລະ ລະເບີດບໍ່ທັນແຕກທີ່ຕົກຄ້າງຈາກສົງຄາມສືບຕໍ່ເປັນໄພຂົ່ມຂູ່ຕໍ່ສັນຕິພາບຂອງພາກພື້ນກໍຄືຄວາມປອດໄພດ້ານຊີວິດຂອງປະຊາຊົນ, ຖືເປັນສິ່ງກີດຂວາງຕໍ່ການພັດທະນາແບບຍືນຍົງ. ເດືອນກຸມພາປີນີ້, ລັດຖະບານຈີນໄດ້ເຜີຍແຜ່ “ເອກະສານນິຍາມກ່ຽວກັບຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ” ໂດຍໄດ້ຈັດເອົາການຮ່ວມມື ແລະ ການຊ່ວຍເຫຼືອດ້ານການເກັບກູ້ລະເບີດເປັນໜຶ່ງໃນທິດທາງຈຸດສຸມຢ່າງຈະແຈ້ງ. ປັດຈຸບັນ, ຫຼາຍປະເທດສະມາຊິກອາຊຽນເຊັ່ນ: ລາວ ແລະ ກໍາປູເຈຍເປັນຕົ້ນຍັງບໍ່ທັນຫຼຸດພົ້ນອອກຈາກໄພຂົ່ມຂູ່ຈາກລະເບີດຢ່າງແທ້ຈິງເທື່ອ. ໃນຖານະທີ່ເປັນບ້ານໃກ້ເຮືອນຄຽງທີ່ດີ, ອ້າຍນ້ອງທີ່ດີ ແລະ ຄູ່ຮ່ວມມືທີ່ດີຂອງອາຊຽນ, ຈີນໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອດ້ານການເກັບກູ້ລະເບີດແກ່ປະເທດສະມາຊິກອາຊຽນຢ່າງຕໍ່ເນື່ອງ.


   ໃນໂອກາດນີ້, ທ່ານນາງ ເໝົາໜິງ ຊີ້ໃຫ້ເຫັນວ່າ: ວັນທີ 7 ກັນຍານີ້, ກອງປະຊຸມລະດັບສູງໃນພາກພື້ນກ່ຽວກັບບັນຫາການເກັບກູ້ລະເບີດອາຊຽນຄັ້ງທີ 2 ໄດ້ຈັດຂຶ້ນຢູ່ນະຄອນນານກິ່ງປະເທດຈີນຢ່າງສໍາເລັດຜົນ, ຝ່າຍຈີນ ແລະ ອາຊຽນໄດ້ລົງນາມໃນສັນຍາວ່າດ້ວຍການຮ່ວມມື ແລະ ຊ່ວຍເຫຼືອ. ຂະນະທີ່ວັນທີ 8 ກັນຍານີ້, ຊຸດເຝິກອົບຮົມຊ່ວຍເຫຼືອລາວ ແລະ ກໍາປູເຈຍເກັບກູ້ລະເບີດຈາກ ສປ ຈີນ ໄດ້ອັດລົງຢ່າງສໍາເລັດຜົນຢູ່ນະຄອນນານກິ່ງ. ສິ່ງເຫຼົ່ານີ້ລ້ວນແຕ່ແມ່ນມາດຕະການຫຼ້າສຸດຂອງຝ່າຍຈີນໃນການຈັດຕັ້ງປະຕິບັດໝາກຜົນຂອງກອງປະຊຸມຜູ້ນຳການຮ່ວມມືອາຊີຕາເວັນອອກຕ່າງໆ.