ນາຍົກລັດຖະມົນຕີກຳປູເຈຍຈະຢ້ຽມຢາມ ສປ ຈີນ

2023-09-12 10:58:31 cri


ທ່ານຮຸນມາເນັດ ນາຍົກລັດຖະມົນຕີກຳປູເຈຍຈະຢ້ຽມຢາມ ສປ ຈີນຢ່າງເປັນທາງການລະຫວ່າງວັນທີ 14-16 ກັນຍານີ້. ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນເມື່ອວັນທີ 11 ກັນຍານີ້, ທ່ານນາງເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ແນະນຳແຜນການທີ່ກ່ຽວຂ້ອງ ແລະ ຄວາມຄອງຄອຍຂອງຈີນຕໍ່ກັບການຢ້ຽມຢາມຄັ້ງນີ້.

ທ່ານນາງເໝົາໜິງຢືນຢັນວ່າ: ການຢ້ຽມຢາມຈີນຄັ້ງນີ້ແມ່ນການຢ້ຽມຢາມຢ່າງເປັນທາງການຄັ້ງອຳອິດພາຍຫຼັງທ່ານຮຸນມາເນັດຂຶ້ນຮັບຕຳແໜ່ງນາຍົກລັດຖະມົນຕີກຳປູເຈຍ ເຊິ່ງສ່ອງແສງໃຫ້ເຫັນວ່າ ລັດຖະບານກຳປູເຈຍຊຸດໃໝ່ໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການຂະຫຍາຍການພົວພັນລະຫວ່າງຈີນ-ກຳປູເຈຍ. ປີນີ້ແມ່ນປີທີ່ສອງປະເທດສ້າງສາຍພົວພັນທາງການທູດຈີນ-ກຳປູເຈຍຄົບຮອບ 65 ປີ ກໍຄືປີມິດຕະພາບຈີນ-ກຳປູເຈຍ, ຈີນຫວັງວ່າຜ່ານຈາກການຢ້ຽມຢາມຄັ້ງນີ້ຈະວາງແຜນການລວມກ່ຽວກັບການຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນ-ກຳປູເຈຍໃນໄລຍະຕໍ່ໜ້າ ໂດຍສະເພາະຈະຊຸກຍູ້ ຂໍ້ລິເລີ່ມການຮ່ວມມືຕ່າງໆ ເປັນຕົ້ນແລວທາງພັດທະນາອຸດສາຫະກຳ ແລະ ແລວທາງ “ອູ່ເຂົ້າອູ່ປາ” ໃຫ້ປະຕິບັດຢ່າງແທດເຖິງຕົວຈິງແລະມີປະສິດທິຜົນໂດຍໄວ ເພື່ອສ້າງຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍໃນຍຸກໃໝ່ຢ່າງມີຄຸນນະພາບສູງ, ລະດັບສູງ ແລະ ມາດຕະຖານສູງ.