ພົບກັບທ່ານສີຈິ້ນຜິງ | ນີ້ແມ່ນຜົນສຳເລັດທີ່ບໍ່ທຳມະດາ

2023-09-12 10:44:33 CRI

 

    ທ່ານໂຄລິນ ມັກເຄີຣາສ ຜູ້ຊ່ຽວຊານດ້ານວິທະຍາກ່ຽວກັບຈີນຂອງອົສຕຣາລີໃຫ້ຮູ້ວ່າ: ປີ 2014, ຂ້າພະເຈົ້າໄດ້ຮັບລາງວັນມິດຕະພາບຂອງລັດຖະບານຈີນ, ຂ້າພະເຈົ້າທະນຸຖະໜອມກຽດຕິຍົດນີ້ຫຼາຍ. (ຫຼັງຈາກນັ້ນເດືອນປາຍ) ທ່ານສີຈິ້ນຜິງ ປະທານປະເທດຈີນເດີນທາງໄປຢ້ຽມຢາມອົສຕຣາລີ, ຂ້າພະເຈົ້າໄດ້ພົບກັບເພິ່ນ. ໃນເວລາກ່າວປາຖະກະຖາຢູ່ລັດຖະສະພາເພິ່ນຍັງໄດ້ເວົ້າເຖິງຂ້າພະເຈົ້າ, ສິ່ງນີ້ເຮັດໃຫ້ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງຍິ່ງ ແລະ ຮູ້ສຶກມີກຳລັງແຮງໃຈຫຼາຍ.