ໂຄງການປິ່ນປົວພະຍາດແກ່ນຕາຂຸ້ນຂອງເຂດກວາງຊີຈີນດຳເນີນການຜ່າຕັດຟື້ນຟູສາຍຕາໃຫ້ແກ່ຄົນເຈັບລາວ ແລະ ກຳປູເຈຍຫຼາຍກວ່າ ໝື່ນກໍລະນີ

2023-09-12 15:41:04 CRI


    ຫວ່າງບໍ່ດົນມານີ້, ໜ່ວຍແພດປິ່ນປົວແກ່ນຕາຂຸ້ນທີ່ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນຊ່ວຍເຫຼືອກຳປູເຈຍໄດ້ສຳເລັດໜ້າທີ່ ແລະກັບຄືນປະເທດ. ຈາກນັ້ນ, ຄະນະກຳມະການສາທາລະນະສຸກເຂດກວາງຊີຈີນໄດ້ສົ່ງໜ່ວຍຊ່ຽວຊານພະແນກຕາ 19 ຊຸດລວມທັງໝົດ 132 ເທື່ອຄົນໄປລາວ ແລະ ກຳປູເຈຍ, ໂດຍໄດ້ດຳເນີນການຜ່າຕັດຟື້ນຟູສາຍຕາໃຫ້ຜູ້ເປັນພະຍາດແກ່ນຕາຂຸ້ນຂອງສອງປະເທດເຖິງ 10059 ກໍລະນີ, ພ້ອມທັງໄດ້ຈັດອົບຮົມຊຸດໜຶ່ງໃຫ້ພະນັກງານການແພດພະແນກຕາຂອງສອງປະເທດດັ່ງກ່າວ.