ພວກເຮົາຕ້ອງການສັນຕິພາບ ແລະ ການຮ່ວມມື, ແຕ່ບໍ່ແມ່ນການປະທະກັນ

2023-09-12 15:28:57 cri

ຕອນທ່ຽງວັນທີ 10 ກັນຍານີ້, ກອງປະຊຸມສຸດຍອດຄັ້ງທີ 18 ຜູ້ນຳປະເທດ G20 ໄດ້ຈັດພິທີປິດປະຊຸມ ເຊິ່ງບຣາຊິນໄດ້ຮັບຕຳແໜ່ງເປັນປະທານໝູນວຽນຊຸດໃໝ່ຂອງ G20. ກ່ອນໜ້ານີ້, ກອງປະຊຸດສຸດຍອດດັ່ງກ່າວໄດ້ຜ່ານຮັບຮອງຖະແຫຼງການນິວແດນລີ ໂດຍເນັ້ນໜັກຄຳໝັ້ນສັນຍາຂອງກອງປະຊຸມສຸດຍອດ G20 ໃນຖານະເປັນເວທີເປິກສາຫາລືສຳຄັນຂອງການຮ່ວມມືເສດຖະກິດສາກົນ ແລະ ຮຽກຮ້ອງໃຫ້ບັນດາຝ່າຍສາມັກຄີກັນດຳເນີນການຮ່ວມມື ແລະ ຮັບມືກັບສິ່ງທ້າທາຍທົ່ວໂລກ ບົນຈິດໃຈລັດທິຫຼາຍຝ່າຍ.

ກ່ອນໜ້ານີ້ໄດ້ມີການຕີລາຄາວ່າ: ກອງປະຊຸມສຸດຍອດ G20 ທີ່ນິວແດນລີອາດຈະແມ່ນກອງປະຊຸມສຸດຍອດຄັ້ງໜຶ່ງທີ່ປະເຊີນໜ້າກັບສຽງວິພາກວິຈານຫຼາຍທີ່ສຸດ ແລະ ສະພາບການສັບສົນທີ່ສຸດ ພ້ອມທັງອາດຈະບໍ່ສາມາດອອກຖະແຫຼງການຮ່ວມເຊິ່ງເປັນຄັ້ງທຳອິດໃນປະຫວັດສາດກອງປະຊຸມສຸດຍອດ G20. ແຕ່ຜ່ານການໂຕ້ຄາລົມກັນຢ່າງເຜັດຮ້ອນ, ໃນທີ່ສຸດຝ່າຍຕ່າງໆທີ່ກ່ຽວຂ້ອງກໍໄດ້ບັນລຸຖະແຫຼງການຮ່ວມທີ່ມີຄວາມເຫັນດີເຫັນພ້ອມຮ່ວມກັນ. ແຕ່ເນື້ອໃນກ່ຽວກັບການປະທະກັນຣັດເຊຍ-ອູແກຣນທີ່ເປັນບັນຫາທີ່ມີຂໍ້ຂັດແຍ້ງຫຼາຍທີ່ສຸດ, ຖະແຫຼງການສະບັບນີ້ພັດບໍ່ໄດ້ສົມຄວາມປາຖະໜາຂອງປະເທດຝ່າຍຕາເວັນຕົກຄືການກ່າວປະນາມຣັດເຊຍ, ສະນັ້ນ, ຈຶ່ງປັດສະຈາກການແຕກແຍກຂອງກອງປະຊຸມສຸດຍອດ G20. ສ່ວນສະຫະພາບອາຟຣິກາເຂົ້າເປັນສະມາຊິກທາງການຂອງ G20 ແມ່ນປັດສະຈາກການສະໜັບສະໜູນຂອງຈີນ ແລະ ຄູ່ຮ່ວມມືອື່ນໆບໍ່ໄດ້. ສຳນັກຂ່າວຣອຍເຕີລາຍງານວ່າ: ສະພາບການດັ່ງກ່າວແມ່ນ “ເໜືອຄວາມຄາດຄິດ”.

ຕາມຂ່າວລາຍງານວ່າ: ການທີ່ປະເທດກຳລັງພັດທະນາເຊິ່ງລວມທັງຈີນ ແລະ ປະເທດບຣິກສອື່ນໆ ໄດ້ເສີມຂະຫຍາຍບົດບາດສຳຄັນໃນການບັນລຸຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດຄັ້ງນີ້. ວັນທີ 9 ກັນຍານີ້, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນກ່າວຄຳປາໄສໃນກອງປະຊຸມສຸດຍອດ G20 ວ່າ: ຫົວຂໍ້ ຂອງກອງປະຊຸມສຸດຍອດຄັ້ງນີ້ແມ່ນ “ໜ່ວຍໂລກດຽວກັນ, ບ້ານເມືອງດຽວກັນ ແລະ ອະນາຄົດດຽວກັນ”. ຫົວຂໍ້ດັ່ງກ່າວມີຄວາມໝາຍສຳຄັນທີ່ສຸດ ເພາະວ່າມີຄວາມສອດຄ່ອງໃນລະດັບສູງກັບແນວຄິດຂອງຂໍ້ລິເລີ່ມທີ່ສະເໜີໂດຍທ່ານສີຈິ້ນຜິງ ປະທານປະເທດຈີນກ່ຽວກັບການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. “ພວກເຮົາຕ້ອງການຄວາມສາມັກຄີ ແຕ່ບໍ່ແມ່ນການແຕກແຍກ, ຕ້ອງການການຮ່ວມມືແຕ່ບໍ່ແມ່ນການຕໍ່ຕ້ານກັນ, ຕ້ອງການການກວມລວມແຕ່ບໍ່ແມ່ນການປັດເຂ່ຍ.” ສຽງຮຽກຮ້ອງດັ່ງກ່າວໄດ້ພາໃຫ້ຫຼາຍປະເທດເກີດມີຄວາມເຫັນດີເຫັນພ້ອມ. ໃນພິທີປິດປະຊຸມດັ່ງກ່າວ, ທ່ານລູລາ ດາ ຊິວວາ ປະທານາທິບໍດີບຣາຊິນກ່າວວ່າ: “ພວກເຮົາບໍ່ສົນໃຈການແຕກແຍກກັນ, ພວກເຮົາຕ້ອງການສັນຕິພາບ ແລະ ການຮ່ວມມື, ແຕ່ບໍ່ແມ່ນການປະທະກັນ”.

ໃນກອງປະຊຸມສຸດຍອດ G20 ດັ່ງກ່າວ, ຈຸດສຸມອີກຈຸດໜຶ່ງທີ່ສື່ມວນຊົນສາກົນສົນໃຈຮ່ວມມກັນກໍຄືທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ. ວັນທີ 9 ກັນຍານີ້, ອາເມຣິກາກັບອິນເດຍ, ປະເທດຕາເວັນອອກກາງ ແລະ ສະຫະພາບເອີຣົບໄດ້ເຊັນສັນຍາສະບັບໜຶ່ງ ໂດຍມີຈຸດປະສົງເພື່ອສ້າງເຄືອຂ່າຍທາງລົດໄຟ ແລະ ເສັ້ນທາງເດີນເຮືອທາງທະເລທີ່ເຊື່ອມຕໍ່ປະເທດທີ່ກ່ຽວຂ້ອງ. ເຖິງແມ່ນວ່າເຈົ້າໜ້າທີ່ອາເມຣິກາປະຕິເສດວ່າ: ໂຄງການດັ່ງກ່າວບໍ່ແມ່ນເພື່ອຕ້ານກັບບົດບາດອິດທິພົນຂອງຈີນໃນຕະຫຼາດຈະເລີນໃໝ່, ແຕ່ສື່ມວນຊົນຝ່າຍຕາເວັນຕົກພັດໄດ້ຖືໂຄງການນີ້ເປັນມາດຕະການເພື່ອຕ້ານກັບຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”. ພາຍຫຼັງກອງປະຊຸມດັ່ງກ່າວສິ້ນສຸດລົງແລ້ວ, ທ່ານໂຈ ໄບເດັນເດີນທາງໄປຢ້ຽມຢາມຫວຽດນາມໃນວັນທີ 10 ກັນຍານີ້. ວິທະຍຸສາກົນຝຣັ່ງລາຍງານວ່າ: ການເດີນທາງໄປຢ້ຽມຢາມອາຊີຂອງທ່ານໂຈ ໄບເດັນໃນຄັ້ງນີ້ ແມ່ນກ່ຽວພັນກັບການເປີດກວ້າງພັນທະມິດຂອງຕົນ ເພື່ອຕ້ານກັບປະເທດຈີນ.

ມີນັກວິເຄາະຕີລາຄາວ່າ: ການກະທຳຂອງທ່ານໂຈ ໄບເດັນ ໄດ້ເຜີຍແບຈຸດປະສົງຂອງອາເມຣິກາທີ່ຫວັງຢາກດຶງຝ່າຍດຶງພວກເພື່ອຕໍ່ຕ້ານ ແລະ ກົດໜ່ວງຈີນ, ສ່ວນຈີນແມ່ນເນັ້ນໜັກຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງບັນດາປະເທດ, ສະແຫວງຫາການພັດທະນາຮ່ວມກັນ. ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ສະເໜີອອກມາຄົບຮອບ 10 ປີ ໄດ້ສ້າງຜົນປະໂຫຍດໃຫ້ກັບຫຼາຍປະເທດຢ່າງແທ້ຈິງ. ແນວຄິດດ້ານສະຖານະການ ແລະ ແນວຄິດດ້ານການພັດທະນາຂອງຈີນ ແລະ ອາເມຣິກາ, ຜູ້ໃດສູງຜູ້ໃດຕ່ຳ, ຜູ້ອ່ານສາມາດຊັ່ງຊາ ແລະ ຕັດສິນໄດ້ແລ້ວ.