ຜູ້ຕ້ອງຫາສໍ້ໂກງຊັບທາງລະບົບໂທລະຄົມຂ້າມຊາດ179ຄົນຖືກນຳຕົວຈາກປະເທດລາວກັບຄືນປະເທດຈີນ

2023-09-12 11:36:38 cri



   ຕອນບ່າຍວັນທີ 11 ກັນຍານີ້, ຜູ້ຕ້ອງຫາຈຳນວນ164ຄົນໃນຄະດີສໍ້ໂກງຊັບທາງລະບົບໂທລະຄົມຂ້າມຊາດປະເພດຫຼອກລວງໃຫ້ລົງທຶນດ້ວຍທຶນສະສົມສ່ວນຕົວເພື່ອຫາກຳໄລຖືກພະແນກປ້ອງກັນຄວາມສະຫງົບແຂວງເຫີເປີຍ, ແຂວງເຫີໜານແລະກຳແພງນະຄອນຈຸ່ງກິ່ງ ສປ ຈີນນຳຕົວຈາກປະເທດລາວກັບຄືນປະເທດຈີນ, ບວກກັບຜູ້ຕ້ອງຫາຈຳນວນ15ຄົນທີ່ພະແນກປ້ອງກັນຄວາມສະຫງົບແຂວງອ່ານຮຸ່ຍນຳຕົວກັບຄືນປະເທດໃນກ່ອນໜ້ານີ້, ຜູ້ຕ້ອງຫາສໍ້ໂກງຊັບທາງລະບົບໂທລະຄົມ 179 ຄົນທີ່ສອງກຳລັງຕຳຫຼວດຈີນ-ລາວຮ່ວມມືຈັບກຸມນັ້ນໄດ້ຖືກນຳຕົວກັບຄືນປະເທດຈີນທັງໝົດ.



   ຕາມເຈົ້າໜ້າທີ່ຕຳຫຼວດຈີນໃຫ້ຮູ້ວ່າ: ເດືອນກໍລະກົດປີນີ້, ກະຊວງປ້ອງກັນຄວາມສະຫງົບຈີນໄດ້ນຳພາເຈົ້າໜ້າທີ່ຕຳຫຼວດຈາກພະແນກປ້ອງກັນຄວາມສະຫງົບແຂວງເຫີເປີຍ, ແຂວງອ່ານຮຸ່ຍ, ແຂວງເຫີໜານແລະກຳແພງນະຄອນຈຸ່ງກິ່ງໂດຍປະກອບເປັນໜ່ວຍສືບສວນຄະດີສະເພາະແລ້ວເດີນທາງໄປປະເທດລາວເພື່ອຮ່ວມກັບເຈົ້າໜ້າທີ່ຕຳຫຼວດຝ່າຍລາວດຳເນີນການປາບປາມອາດຊະຍາກຳສໍ້ໂກງຊັບທາງລະບົບໂທລະຄົມຂ້າມຊາດ, ໄດ້ທຳລາຍບ່ອນລີ້ຊ່ອນຂອງພວກສໍ້ໂກງຊັບທາງລະບົບໂທລະຄົມ 11 ຈຸດຢູ່ແຂວງສະຫວັນນະເຂດ, ວັງວຽງແລະແຫ່ງອື່ນໆຕາມລຳດັບໂດຍສາມາດຈັບກຸມຜູ້ຕ້ອງຫາໄດ້179ຄົນ.