ງານວາງສະແດງສິນຄ້າຈີນ-ອາຊຽນກາຍເປັນປັດໄຈຍູ້ໜູນໃຫ້ເສດຖະກິດພາກພື້ນເຊື່ອມໂຍງເຂົ້າກັນ

2023-09-13 17:17:56 cri

ປີນີ້ແມ່ນຈັດງານວາງສະແດງສິນຄ້າຈີນ-ອາຊຽນຄົບຮອບ 20 ປີ, ໃນໄລຍະ 20 ປີຜ່ານມາ, ງານວາງສະແດງສິນຄ້າຈີນ-ອາຊຽນໄດ້ເປີດກວ້າງພື້ນທີ່ໃຫ້ແກ່ການຮ່ວມມືເສດຖະກິດການຄ້າຂອງພາກພື້ນຢ່າງບໍ່ຢຸດຢັ້ງ, ໄດ້ເລັ່ງລັດຊຸກຍູ້ຂະບວນການເຊື່ອມໂຍງເຂົ້າກັນຂອງເສດຖະກິດພາກພື້ນ, ແລະກາຍເປັນປັດໄຈສຳຄັນໃນການສ້າງ ແລະ ຍົກລະດັບເຂດການຄ້າເສລີຈີນ-ອາຊຽນ ແລະ ຊຸກຍູ້ຫ້ເສດຖະກິດພາກພື້ນເຊື່ອມໂຍງເຂົ້າກັນ.

ປີ 2004, ເມື່ອງານວາງສະແດງສິນຄ້າຈີນ-ອາຊຽນໄດ້ໄຂຂຶ້ນເປັນຄັ້ງປະຖົມມະເລີກ, ຍອດມູນຄ່າການຄ້າລະຫວ່າງຈີນກັບອາຊຽນຫຼາຍກວ່າ 100 ຕື້ໂດລາ, ຍອດມູນຄ່າດັ່ງກ່າວໄດ້ເພີ່ມຂຶ້ນເປັນ 975,34 ຕື້ໂດລາເມື່ອປີ 2022; ປີ 2010, ເຂດການຄ້າເສລີຈີນ-ອາຊຽນໄດ້ສ້າງສຳເລັດຢ່າງຮອບດ້ານ, ໄດ້ຍົກເລີກພາສີຂອງຜະລິດຕະພັນຫຼາຍກວ່າ 7.000 ຊະນິດພາຍໃຕ້ຂອບເຂດການຄ້າເສລີດັ່ງກ່າວ, ສິນຄ້າ 90% ປອດພາສີ. ກ່ອນນີ້ 10 ກວ່າປີ, ໝາກຖົ່ວລຽນ, ໝາກມັງຄຸດ ແລະ ໝາກໄມ້ຊະນິດອື່ນໆຂອງອາຊຽນມີຂາຍບໍ່ຫຼາຍໃນຕະຫຼາດຈີນ, ມາຮອດປັດຈຸບັນ, ຜະລິດຕະພັນເຫຼົ່ານີ້ໄດ້ຂາຍຢູ່ຕົວເມືອງໃຫຍ່ທຸກແຫ່ງຂອງປະເທດຈີນ, ລາຄາຂອງສິນຄ້າເຫຼົ່ານີ້ກໍບໍ່ແພງຄືແຕ່ກ່ອນອີກ.

ໃນຖານະເປັນເວທີສຳຄັນທີ່ຊຸກຍູ້ໃຫ້ເສດຖະກິດພາກພື້ນເຊື່ອມໂຍງເຂົ້າກັນ, ໃນຫຼາຍປີມານີ້, ງານວາງສະແດງສິນຄ້າຈີນ-ອາຊຽນລວມໄດ້ຈັດກອງປະຊຸມເວທີເປິກສາຫາລືລະດັບລັດຖະມົນຕີ 300 ກວ່າເທື່ອກ່ຽວກັບການເຊື່ອມຈອດກັນ, ຄວາມສາມາດດ້ານການຜະລິດ, ພາສີ, ສາທາລະນະສຸກ, ການເງິນ ແລະ ອື່ນໆ, ສ້າງກົນໄກຮ່ວມມື “10+1” ໃນ 40 ກວ່າຂົງເຂດ, ແລະໄດ້ປະຕິບັດໂຄງການຕ່າງໆເຊັ່ນ: ສູນຂໍ້ມູນຂ່າວສານຈີນ-ອາຊຽນ, ຊ່ອງທາງໃໝ່ທາງບົກ-ທາງທະເລ, ສະຫະພັນການຄົມມະນາຄົມຫຼາຍຮູບຫຼາຍແບບລະຫວ່າງຈີນ-ອາຊຽນ ແລະ ອື່ນໆ.

ໃນຫຼາຍປີມານີ້, ພາຍໃຕ້ການຊຸກຍູ້ຂອງງານວາງສະແດງສິນຄ້າຈີນ-ອາຊຽນ, ຈີນ ແລະ ສະມາຊິກປະເທດອາຊຽນໄດ້ລົງເລິກຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ, ການເຊື່ອມຈອດກັນ, ແລະການຮ່ວມມືພາກພື້ນ, ໄດ້ສຳເລັດໂຄງການທີ່ເປັນຂີດໝາຍສຳຄັນງວດໜຶ່ງຕາມໆກັນເຊັ່ນ: ເປີດນຳໃຊ້ທາງລົດໄຟຈີນ-ລາວ, ເຊິ່ງເປັນການບັນລຸຄວາມຝັນຂອງປະຊາຊົນລາວທີ່ “ປະເທດທີ່ບໍ່ມີທາງອອກສູ່ທະເລຫັນເປັນປະເທດທີ່ເຊື່ອມໂຍງເຊື່ອມຈອດ”; ທາງດ່ວນພະນົມເປັນຫາທ່າກຳປັ່ນສີຫະນຸໄດ້ຊຸກຍູ້ໃຫ້ກຳປູເຈຍກ້າວເຂົ້າສູ່ “ສະໄໝທາງດ່ວນ”, ຈີນ ແລະ ສິງກະໂປຮ່ວມກັນສ້າງຊ່ອງທາງໃໝ່ທາງການຄ້າສາກົນທາງບົກ-ທາງທະເລໄດ້ເລັ່ງລັດໄວຂຶ້ນ, ເຄືອຂ່າຍຂົນສົ່ງໄດ້ກວມເອົາທ່າກຳປັ່ນ 393 ແຫ່ງຂອງ 119 ປະເທດ ແລະ ເຂດແຄວ້ນ. ນັບມາຮອດເດືອນກໍລະກົດ 2023, ຍອດມູນຄ່າການລົງທຶນສອງຝ່າຍລະຫວ່າງຈີນກັບອາຊຽນບັນລຸຫຼາຍກວ່າ 380 ຕື້ໂດລາ, ຈີນໄດ້ຕັ້ງວິສາຫະກິດທີ່ລົງທຶນໂດຍກົງຢູ່ອາຊຽນຫຼາຍກວ່າ 6.500 ແຫ່ງ.

ປີ 2022, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນຫຼື RCEP ທີ່ຖືອາຊຽນເປັນແກນນຳມີຜົນບັງຄັບໃຊ້ຢ່າງຮອບດ້ານ, ແລະກາຍເປັນເຂດການຄ້າເສລີໃຫຍ່ທີ່ສຸດໃນໂລກ. ເພື່ອເຮັດໃຫ້ງານວາງສະແດງສິນຄ້າຈີນ-ອາຊຽນຈາກການບໍລິການ “10+1” ຂະຫຍາຍຕົວຫັນເປັນການບໍລິການໃຫ້ແກ່ RCEP ແລະ ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ເລີ່ມແຕ່ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 11 ເມື່ອປີ 2014 ເປັນຕົ້ນມາ, ໂດຍອີງຕາມຄຳຮ້ອງຂໍ ແລະ ສະພາບການກະກຽມຂອງປະເທດທີ່ກ່ຽວຂ້ອງ, ໃຫ້ສຳນັກງານເລຂາຂອງງານວາງສະແດງສິນຄ້າຈີນ-ອາຊຽນເປັນຜູ້ເຊື້ອເຊີນປະເທດທີ່ກ່ຽວຂ້ອງເປັນຄູ່ຮ່ວມມືພິເສດຂອງງານວາງສະແດງຄັ້ງນັ້ນ, ເພື່ອຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືລະຫວ່າງຈີນກັບອາຊຽນໃນທົ່ວພາກພື້ນ ແລະ ປະເທດອື່ນໆ, ແລະສ້າງໂອກາດພັດທະນາຫຼາຍກວ່າເກົ່າ.

    ໃນໄລຍະ 20 ປີຜ່ານມາ, ງານວາງສະແດງສິນຄ້າຈີນ-ອາຊຽນໃນຖານະເປັນຜະລິດຕະພັນສາທາລະນະສາກົນທີ່ໃຫ້ບໍລິການການຄ້າໂລກ, ບົດບາດທີ່ເປັນເວທີແລກປ່ຽນ ແລະ ຮ່ວມມືຂອງມັນນັບມື້ນັບພົ້ນເດັ່ນກວ່າເກົ່າ, ຄຽງຄູ່ກັບການກໍ່ສ້າງງານວາງສະແດງສິນຄ້າຈີນ-ອາຊຽນໄດ້ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ຍ່ອມຈະໄດ້ເພີ່ມພະລັງຊຸກດັນທີ່ແຂງແຮງໃຫ້ແກ່ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມໝັ້ນທ່ຽງຂອງພາກພື້ນຫຼາຍກວ່າເກົ່າຢ່າງແນ່ນອນ.