ກອງປະຊຸມເວທີເປິກສາຫາລືສະຖິຕິຈີນ-ອາຊຽນຄັ້ງທີ 9 ຈະຈັດຂຶ້ນຢູ່ນະຄອນໜານໜິງຂອງຈີນ

2023-09-13 10:28:22 cri


ໃນຖານະເປັນໜຶ່ງໃນກອງປະຊຸມເວທີເປິກສາຫາລືຂັ້ນສູງຕ່າງໆພາຍໃນຂອບງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20, ກອງປະຊຸມເວທີເປິກສາຫາລືສະຖິຕິຈີນ-ອາຊຽນຄັ້ງທີ 9 ຈະຈັດຂຶ້ນລະຫວ່າງວັນທີ 16-17 ກັນຍານີ້ຢູ່ນະຄອນໜານໜິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ.

ກອງປະຊຸມເວທີເປິກສາຫາລືຄັ້ງນີ້ມີຫົວຂໍ້ຫຼັກວ່າ: “ລົງເລິກການຮ່ວມມືແລະການແລກປ່ຽນດ້ານສະຖິຕິຈີນ-ອາຊຽນ”, ຜູ້ຕາງໜ້າປະເທດທີ່ເຂົ້າຮ່ວມກອງປະຊຸມຈະປິ່ນອ້ອມຫົວຂໍ້ “ຕິດຕາມກວດກາສະຖິຕິເສດຖະກິດດີຈີຕອນ”, ລົງເລິກເປິກສາຫາລືກ່ຽວກັບບັນຫາທີ່ຈະໃຫ້ການສະໜັບສະໜູນດ້ານສະຖິຕິທີ່ດີກວ່າເກົ່າໄດ້ຄືແນວໃດໃຫ້ແກ່ການເລັ່ງພັດທະນາເສດຖະກິດດີຈີຕອນ, ຊຸກຍູ້ໃຫ້ເສດຖະກິດດີຈີຕອນກັບເສດຖະກິດຮູບປະທຳເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ.

ອົງການສະຖິຕິແຫ່ງຊາດຈີນຈະເພີ່ມທະວີການພົວພັນແລກປ່ຽນກັບບັນດາປະເທດສະມາຊິກອາຊຽນ, ຮ່ວມກັນຮຽບຮຽງແລະພິມຈຳໜ່າຍ “ປື້ມຄູ່ມືສະຖິຕິຈີນ-ອາຊຽນປະຈຳປີ 2023” ແລະ ຈະເຜີຍແຜ່ໃນກອງປະຊຸມເວທີເປິກສາຫາລືສະຖິຕິຄັ້ງນີ້. ນອກຈາກນີ້, ຍັງຈະລົງເລິກການຮ່ວມມືແລກປ່ຽນດ້ານສະຖິຕິຈີນ-ອາຊຽນຕື່ມອີກ, ຊຸກຍູ້ການຮ່ວມກັນຊົມໃຊ້ຂໍ້ມູນສະຖິຕິລະຫວ່າງຈີນ-ອາຊຽນ, ສືບຕໍ່ຂະຫຍາຍຂົງເຂດການຮ່ວມມືແລກປ່ຽນດ້ານສະຖິຕິລະຫວ່າງຈີນ-ອາຊຽນ, ຊຸກຍູ້ໃຫ້ຄວາມສາມາດແລະລະດັບສະຖິຕິຂອງຈີນແລະປະເທດສະມາຊິກອາຊຽນ ຮ່ວມກັນຍົກສູງຂຶ້ນ.