ປະທານາທິບໍດີຄົນໃໝ່ຂອງສິງກະໂປຈະສາບານຕົວດຳລົງຕຳແໜ່ງໃນວັນທີ 14 ກັນຍານີ້

2023-09-13 16:06:46 CRI


ວັນທີ 13 ກັນຍານີ້, ທ່ານນາງຮາລີມາ ຈາຄົບ ປະທານາທິບໍດີຄົນທີ 8 ຂອງສິງກະໂປຈະສິ້ນສຸດວາລະດຳລົງຕຳແໜ່ງ 6 ປີ, ແລະ ລາອອກຈາກຕຳແໜ່ງປະທານາທິບໍດີ. ທ່ານທາມານ ຊັນມູກາຣັດນາມ ທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຄົນໃໝ່ຈະສາບານຕົວດຳລົງຕຳແໜ່ງຢູ່ທຳນຽບປະທານາທິບໍດີໃນວັນທີ 14 ກັນຍານີ້.