ກອງປະຊຸມເວທີເປິກສາຫາລືເສດຖະກິດສີຟ້າຈີນ-ອາຊຽນຄັ້ງທຳອິດຈະຈັດຂຶ້ນຢູ່ນະຄອນເປີຍໄຫເຂດກວາງຊີຈີນ

2023-09-13 14:12:38 CRI


ຫ້ອງການວຽກງານທະເລນະຄອນເປີຍໄຫເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີແຈ້ງໃຫ້ຮູ້ວ່າ, ກອງປະຊຸມເວທີເປິກສາຫາລືເສດຖະກິດສີຟ້າຈີນ-ອາຊຽນຄັ້ງທຳອິດທີ່ອົງການປົກຄອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ແລະ ກະຊວງຊັບພະຍາກອນທຳມະຊາດຈີນຮ່ວມກັນເປັນເຈົ້າພາບຈະຈັດຂຶ້ນຢູ່ນະຄອນເປີຍໄຫລະຫວ່າງວັນທີ 17-19ກັນຍານີ້.

 

ໃນຖານະເປັນໜຶ່ງໃນເວທີເປິກສາຫາລືລະດັບສູງຂອງງານວາງສະແດງສິນຄ້າຈີນ-ອາຊຽນ, ເວທີເປິກສາຫາລືເສດຖະກິດສີຟ້າຈີນ-ອາຊຽນມີຫົວຂໍ້ວ່າ “ຮ່ວມມືພັດທະນາເສດຖະກິດສີຟ້າ ຮ່ວມກັນສ້າງເສັ້ນທາງແຫ່ງຄວາມຈະເລີນຮຸ່ງເຮືອງທີ່ມຸ່ງໜ້າສູ່ທະເລ”, ແມ່ນພຶດຕິກຳຮູບປະທຳທີ່ຈັດຕັ້ງປະຕິບັດ “ວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດ”, “ແຜນການ 10 ປີທີ່ວິທະຍາສາດທະເລຊຸກຍູ້ການພັດທະນາແບບຍືນຍົງຂອງສະຫະປະຊາຊາດ ”, ຂໍ້ລິເລີ່ມທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ການສ້າງຄູ່ຮ່ວມເສດຖະກິດສີຟ້າຈີນ-ອາຊຽນ, ແລະ ປະຊາຄົມຮ່ວມຊາຕາກຳທາງທະເລ, ເຊິ່ງມີຈຸດປະສົງເພື່ອຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືລະຫວ່າງຈີນ ກັບ ປະເທດສະມາຊິກອາຊຽນໃນຂົງເຂດພັດທະນາເສດຖະກິດທະເລ, ຮັກສາຄວາມປອດໃສຂອງທະເລ, ຍົກລະດັບວິທະຍາສາດເຕັກນິກທາງທະເລ, ແລະເຜີຍແຜ່ວັດທະນະທຳທາງທະເລ, ເພີ່ມແຮງຂັບເຄື່ອນໃຫ້ແກ່ການພັດທະນາແບບຍືນຍົງຂອງເສດຖະກິດທະເລຢູ່ຈີນ ແລະ ອາຊຽນ.