ນາຍົກລັດຖະມົນຕີຈີນຈະເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20 ແລະ ກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນຈີນ-ອາຊຽນ

2023-09-14 17:27:56 CRI

ວັນທີ 14 ກັນຍານີ້, ທ່ານນາງເໝົານິງ ໂຄສົກກະຊວງການຕ່າງປະເທດຈີນແຈ້ງຂ່າວໃຫ້ຮູ້ວ່າ: ທ່ານຫຼີຊຽງ ນາຍົກລັດຖະມົນຕີຈີນ ຈະເຂົ້າຮ່ວມພິທີເປີດງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20 ແລະ ກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນຈີນ-ອາຊຽນທີ່ຈັດຂຶ້ນຢູ່ນະຄອນນານນິງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ແລະຈະກ່າວຄຳປາໄສ.


ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ, ທ່ານຮຸນມາເນັດ ນາຍົກລັດຖະມົນຕີກຳປູເຈຍ, ທ່ານດາໂຕ ເຊຣີ ອັນວາ ບິນ ອີບຣາຮິມ ນາຍົກລັດຖະມົນຕີມາເລເຊຍ, ທ່ານຟາມມິງຈິງ ນາຍົກລັດຖະມົນຕີຫວຽດນາມ, ທ່ານມາຣຸຟ ອາມິນ ຮອງປະທານາທິບໍດີອິນໂດເນເຊຍ, ທ່ານພູມທຳ ເວດຊາຍະໄຊ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຄ້າໄທ, ຜູ້ນຳຕ່າງປະເທດ ແລະ ເຈົ້າໜ້າທີ່ຂັ້ນສູງຂອງປະເທດອື່ນໆ, ພ້ອມດ້ວຍທ່ານກາວກິມຮູນ  ເລຂາທິການໃຫຍ່ອາຊຽນຈະເຂົ້າຮ່ວມພິທີເປີດງານວາງສະແດງສິນຄີນຈີນ-ອາຊຽນຄັ້ງນີ້.