ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20 ຈະຈັດເຂດວາງສະແດງເຕັກນິກດີຈີຕອນເປັນຄັ້ງທຳອິດ

2023-09-14 16:17:02 cri


    ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20 ຈະຈັດຂຶ້ນລະຫວ່າງວັນທີ 16-19 ກັນຍານີ້ຢູ່ນະຄອນນານນິງ, ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ. ງານວາງສະແດງຄັ້ງນີ້ຈະຈັດເຂດວາງສະແດງເຕັກນິກດີຈີຕອນ.

    ວິສາຫະກິດດີເດັ່ນດ້ານຂະແໜງການເຕັກນິກດີຈີຕອນ 166 ແຫ່ງຈະເຂົ້າຮ່ວມການວາງສະແດງ, ໂດຍຈະສຸມໃສ່ວາງສະແດງໝາກຜົນຫຼ້າສຸດດ້ານການສ້າງສາເສດຖະກິດດີຈີຕອນ ເຊັ່ນ: ຊີວິດດີຈີຕອນ, ຕົວເມືອງອັດສະລິຍະ, ເຕັນໂນໂລຊີຂໍ້ມູນຂ່າວສານ, ເຕັກນິກວິທະຍາສາດໄຟແສງສີ ແລະ ອື່ນໆ.

    ຊຸມປີມໍ່ໆມານີ້, ເຕັກນິກດີຈີຕອນໄດ້ຮັບການປັບປຸງ ແລະ ຍົກລະດັບຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ເພີ່ມພະລັງແຮງຂັບເຄື່ອນເຂົ້າໃນການພັດທະນາເສດຖະກິດຢ່າງຕໍ່ເນື່ອງ, ງານວາງສະແດງສິນຄ້າຈີນ-ອາຊຽນຈະຊຸກຍູ້ການຮ່ວມມື ແລະ ການພັດທະນາດ້ານເຕັກນິກດີຈີຕອນລະຫວ່າງຈີນ-ອາຊຽນ.