ປະທານາທິບໍດີອິນໂດເນເຊຍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ

2023-09-14 16:11:11 cri


    ຕອນເຊົ້າວັນທີ 13 ກັນຍານີ້, ທ່ານໂຈໂກ ວິໂດໂດ ປະທານາທິບໍດີອິນໂດເນເຊຍໄດ້ສຳຫຼວດໂຄງການຮ່ວມມືລະຫວ່າງຈີນ-ອິນໂດເນເຊຍ ຄື: ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ, ພ້ອມທັງໄດ້ຂີ່ລົດໄຟຄວາມໄວສູງດັ່ງກ່າວເປັນຄັ້ງທຳອິດ.

    ທ່ານໂຈໂກ ວິໂດໂດກ່າວວ່າ: ຂ້າພະເຈົ້າໄດ້ຢ້ຽມຢາມສຳຫຼວດທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ 4 ຄັ້ງແລ້ວ,  ນີ້ແມ່ນຄັ້ງທຳອິດທີ່ຂີ່ລົດໄຟຄວາມໄວສູງນີ້, ລົດໄຟຄວາມໄວສູງສະດວກສະບາຍຫຼາຍ, ໃນເວລາຄວາມໄວຮອດ 350 ກິໂລແມັດຕໍ່ຊົ່ວໂມງ, ບໍ່ວ່າຢືນ ຫຼື ນັ່ງ, ກໍບໍ່ຮູ້ສຶກເອນອ່ຽງໄປມາເລີຍ, ນີ້ແມ່ນຄວາມກ້າວໜ້າ ແລະ ສີວິໄລ. ທ່ານໂຈໂກ ວິໂດໂດຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ກໍ່ສ້າງທາງລົດໄຟຂອງທັງສອງປະເທດຈີນ-ອິນໂດເນເຊຍຕື່ມອີກ.