ອະດີດລັດຖະມົນຕີການຕ່າງປະເທດສິງກະໂປກ່າວວ່າ: ນະໂຍບາຍຂອງອາເມຣິກາທີ່ມີຕໍ່ໄຕ້ຫວັນບໍ່ແມ່ນຮັກຊາວໄຕ້ຫວັນ ແຕ່ຫາກແມ່ນຖືໄຕ້ຫວັນເປັນພຽງລູກໝາກເສິກເທົ່ານັ້ນ

2023-09-14 16:15:51 cri

 

    ວັນທີ 13 ກັນຍານີ້, ທ່ານຈໍເຈ ເຢວ    ອະດີດລັດຖະມົນຕີກະຊວງການຕ່າງປະເທດສິງກະໂປກ່າວໃນກອງປະຊຸມເວທີເປິກສາຫາລືຟໍເວີດອາຊີ-ປາຊີຟິກທີ່ຈັດຂຶ້ນຢູ່ນະຄອນໄຕ້ເປແຂວງໄຕ້ຫວັນຈີນວ່າ: ເຈົ້າໜ້າທີ່ພັກມິນຈິນໄຕ້ຫວັນ ແລະ ຊາວໄຕ້ຫວັນຮູ້ດີແລ້ວວ່າ: ອາເມຣິກາວາງນະໂຍບາຍຕໍ່ໄຕ້ຫວັນ, ບໍ່ແມ່ນຍ້ອນຮັກຊາວໄຕ້ຫວັນ, ແຕ່ຫາກແມ່ນຖືໄຕ້ຫວັນເປັນພຽງລູກໝາກເສິກສຳຄັນລູກໜຶ່ງໃນການຕໍ່ຕ້ານແຜ່ນດິນໃຫຍ່ຈີນ.

    ທ່ານຈໍເຈ ເຢວ ຊີ້ໃຫ້ເຫັນວ່າ: ຫາກເມື່ອໃດຊ່ອງແຄບໄຕ້ຫວັນເກີດສົງຄາມ, ຄັນອາເມຣິກາສົ່ງທະຫານໄປເຂົ້າຮ່ວມ, ທາດແທ້ກໍແມ່ນປະທະກັນກັບແຜ່ນດິນໃຫຍ່ຈີນ, ຍ້ອນວ່າອາເມຣິກາປະຕິບັດຫຼັກການຖືອາເມຣິກາເປັນບຸລິມະສິດມາໂດຍຕະຫຼອດ. ສະນັ້ນ, ຮອດເວລານັ້ນ, ໄຕ້ຫວັນເປັນພຽງແຕ່ລູກໝາກເສິກທີ່ສາມາດປ່ອຍໃຫ້ເສຍໄດ້. ເຖິງວ່າຝ່າຍຕາເວັນຕົກຈະຂົ່ມຂູ່ແຜ່ນດິນໃຫຍ່ຈີນວ່າຈະລົງໂທດດ້ານເສດຖະກິດກໍຕາມ, ແຕ່ສຸດທ້າຍ, ຝ່າຍທີ່ເສຍຫາຍຫຼາຍທີ່ສຸດຍັງແມ່ນຝ່າຍຕາເວັນຕົກຄືເກົ່າ.