ປະທານຄະນະກໍາມະການໂອລິມປິກຟິລິບປິນຄອງຄອຍງານກິລາເອຊຽນເກມຫາງໂຈ່ວຈະສ້າງປະສົບການໃໝ່ໆໃຫ້ຜູ້ເຂົ້າຮ່ວມການແຂ່ງຂັນ

2023-09-14 14:02:21 CRI

 

   ຫວ່າງມໍ່ໆມານີ້, ທ່ານ ອັບຣາຮໍາ ໂຕເລນຕິໂນ ປະທານຄະນະກໍາມະການໂອລິມປິກຟິລິບປິນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG ວ່າ: ທ່ານຄອງຄອຍງານມະຫາກໍາກິລາເອຊຽນເກມຫາງໂຈ່ວຈະສ້າງປະສົບການໃໝ່ໆແບບບໍ່ເຄີຍມີມາກ່ອນໃຫ້ຜູ້ເຂົ້າຮ່ວມການແຂ່ງຂັນ.


   ທ່ານ ໂຕເລນຕິໂນ ກ່າວວ່າ: ຫາງໂຈ່ວເປັນຕົວເມືອງໜຶ່ງທີ່ສວຍງາມທີ່ສຸດ, ພ້ອມທັງເປັນໜຶ່ງໃນຕົວເມືອງທີ່ມີຄວາມສາມາດປະດິດສ້າງດ້ານວິທະຍາສາດ ແລະ ເຕັກໂນໂລຊີລະດັບສູງທີ່ສຸດຂອງຈີນ, ການເອົາທິວທັດທໍາມະຊາດທີ່ສວຍງາມມາປະສົມປະສານເຂົ້າກັບເຕັກໂນໂລຊີລະດັບສູງຢ່າງກົມກຽວນັ້ນຈະນໍາເອົາຄວາມຕື່ນເຕັ້ນມາໃຫ້ກັບງານມະຫາກໍາກິລາເອຊຽນເກມໃນຄັ້ງນີ້ຫຼາຍກວ່າເກົ່າ.


   ທ່ານ ໂຕເລນຕິໂນ ແຈ້ງໃຫ້ຮູ້ຕື່ມວ່າ: ຟິລິບປິນຈະສົ່ງນັກກິລາເກືອບ 400 ຄົນລົງແຂ່ງຂັນຫຼາຍປະເພດກິລາໃນງານມະຫາກໍາກິລາເອຊຽນເກມຄັ້ງນີ້.