ກອງທັບຈີນທີ່ເຂົ້າຮ່ວມການຊ້ອມຮົບຮ່ວມດ້ານເສນາຮັກລະຫວ່າງຈີນ-ກຳປູເຈຍເດີນທາງໄປຮອດກຳປູເຈຍ

2023-09-15 16:07:07 cri



    ວັນທີ 14 ກັນຍານີ້, ໜ່ວຍງານການແພດ “ເທວະດາແຫ່ງສັນຕິພາບ” ກອງທັບປົດປ່ອຍປະຊາຊົນຈີນໄດ້ເດີນທາງໄປຮອດນະຄອນຫຼວງພະນົມເປັນກຳປູເຈຍ, ໂດຍຈະຮ່ວມກັບໜ່ວຍງານເສນາຮັກກອງທັບລາຊະການກຳປູເຈຍຈັດການຊ້ອມຮົບຮ່ວມດ້ານເສນາຮັກທີ່ມີລະຫັດ“ເທວະດາແຫ່ງສັນຕິພາບ-2023”ເປັນເວລາ 13 ວັນ, ທັງຈະໃຫ້ການບໍລິການດ້ານການແພດແກ່ນາຍ ແລະ ພົນທະຫານ ແລະປະຊາຊົນກຳປູເຈຍ.

    ອີງຕາມແຜນດຳເນີນງານ, ຫົວຂໍ້ຂອງການຊ້ອມຮົບຮ່ວມຄັ້ງນີ້ແມ່ນການກອບກູ້ດ້ານການແພດຮ່ວມດ້ານມະນຸດສະທຳສາກົນໃນໄລຍະເກີດໄພນ້ຳຖ້ວມ ແລະ ລົມພາຍຸທີ່ໜັກໜ່ວງ,  ມີນາຍ ແລະ ພົນທະຫານຈີນ-ກຳປູເຈຍທັງໝົດ 700 ກວ່າຄົນເຂົ້າຮ່ວມ. ໃນໄລຍະຈັດການຊ້ອມຮົບຮ່ວມ, ໜ່ວຍງານການແພດ“ເທວະດາແຫ່ງສັນຕິພາບ”ກອງທັບຈີນຈະຈັດກິດຈະກຳບໍລິການດ້ານການແພດຢູ່ນະຄອນຫຼວງພະນົມເປັນ ແລະ ນະຄອນຊຽມຣຽບ, ໂດຍລວມມີຜູ້ຊ່ຽວຊານຈາກ 31 ພະແນກ ເຊັ່ນ: ພະແນກກະດູກ, ພະແນກແພດແຜນຈີນ ແລະ  ອື່ນໆ.