ທ່ານສີຈິ້ນຜິງພົບປະນາຍົກລັດຖະມົນຕີກຳປູເຈຍ

2023-09-15 16:05:42 cri


    ຕອນເຊົ້າວັນທີ 15 ກັນຍານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານຮຸນ ມາເນັດ ນາຍົກລັດຖະມົນຕີກຳປູເຈຍ ທີ່ເດີນທາງມາຢ້ຽມຢາມຈີນຢ່າງເປັນທາງການຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ.

    ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ທ່ານຮຸນ ມາເນັດໄດ້ເລືອກເອົາປະເທດຈີນເປັນປະເທດທຳອິດທີ່ໄປຢ້ຽມຢາມ ຫຼັງຈາກຂຶ້ນດຳລົງຕຳແໜ່ງນາຍົກລັດຖະມົນຕີກຳປູເຈຍ ເຊິ່ງໄດ້ສະແດງໃຫ້ເຫັນຢ່າງເຕັມສ່ວນວ່າລັດຖະບານກຳປູເຈຍຊຸດໃໝ່ໄດ້ໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການປັບປຸງ ແລະ ເສີມຂະຫຍາຍໄມຕີຈິດມິດຕະພາບລະຫວ່າງຈີນ-ກຳປູເຈຍ. ຈີນຍິນດີຮ່ວມກັບກຳປູເຈຍຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍໃຫ້ກ້າວເຂົ້າສູ່ລວງເລິກ ແລະ ແໜ້ນແຟ້ນກວ່າເກົ່າ, ຮ່ວມກັນປົກປັກຮັກສາຍຸຕິທຳ ແລະ ຄວາມເປັນທຳສາກົນ, ປົກປັກຮັກສາຜົນປະໂຫຍດທີ່ຊອບທຳຂອງປະເທດພວມພັດທະນາທັງຫຼາຍ.



    ທ່ານຮຸນ ມາເນັດກ່າວວ່າ: ຂ້າພະເຈົ້າໄດ້ເລືອກເອົາປະເທດຈີນເປັນປະເທດທຳອິດທີ່ມາຢ້ຽມຢາມຢ່າງເປັນທາງການ ເພື່ອສະແດງໃຫ້ເຫັນເຖິງລັດຖະບານກຳປູເຈຍຊຸດໃໝ່ຈະສືບຕໍ່ເດັດດ່ຽວຍຶດໝັ້ນປະຕິບັດນະໂຍບາຍທີ່ເປັນມິດຕໍ່ຈີນ. ກຳປູເຈຍປະຕິບັດຕາມຫຼັກການປະເທດຈີນດຽວ, ເດັດດ່ຽວສະໜັບສະໜູນຈີນໃນການປົກປັກຮັກສາຜົນປະໂຫຍດແກນກາງຂອງຕົນ, ກຳປູເຈຍຍິນດີປະສານສົມທົບກັບຈີນຢ່າງໃກ້ຊິດໃນວຽກງານພາກພື້ນ ແລະ ສາກົນ, ຊຸກຍູ້ໃຫ້ສາຍພົວພັນກຳປູເຈຍ-ຈີນກ້າວເຂົ້າສູ່ລະດັບໃໝ່.