ພາກພື້ນຕາເວັນອອກກາງທີ່ບໍ່ມີອຳນາດອາເມຣິກາຈະເປັນພາກພື້ນທີ່ມີຄວາມສາມັກຄີ, ໝັ້ນທ່ຽງ ແລະ ຈະເລີນຮຸ່ງເຮືອງຫຼາຍກວ່າເກົ່າ

2023-09-15 15:55:39 cri

ຕາມສຳນັກຂ່າວແຫ່ງຊາດຊີຣີລາຍງານໃຫ້ຮູ້ໃນວັນທີ 10 ກັນຍານີ້ວ່າ: ລັດຖະບານຊີຣີໄດ້ສົ່ງຈົດໝາຍໄປຍັງອົງການສະຫະຊາຊາດ ໂດຍຮຽກຮ້ອງໃຫ້ສືບທາວຫາຄວາມຮັບຜິດຊອບຂອງອາເມຣິກາກ່ຽວກັບການຍຶດຄອງແຜ່ນດິນຈຳນວນໜຶ່ງຂອງຊີຣີ ແລະ ຂຸດຄົ້ນຊັບພະຍາກອນທຳມະຊາດແບບຜິດກົດໝາຍຢູ່ໃນເຂດຍຶດຄອງ. ຈົດໝາຍສະບັບດັ່ງກ່າວຄາດຄະເນວ່າ: ລະຫວ່າງປີ 2011 ຫາປີ 2023, ກອງທັບອາເມຣິກາໄດ້ສ້າງຜົນເສຍຫາຍໂດຍກົງ ແລະ ທາງອ້ອມຕໍ່ພາກສ່ວນນ້ຳມັນເຊື້ອໄຟ ແລະ ບໍ່ແຮ່ຂອງຊີຣີບັນລຸເຖິງ 115,2 ໂດລາ. ຊີຣີຮຽກຮ້ອງໃຫ້ “ສືບທາວຫາຄວາມຮັບຜິດຊອບຂອງເຈົ້າໜ້າທີ່ອາເມຣິກາ ພ້ອມທັງບັງຄັບໃຫ້ອາເມຣິກາໄຊ້ແທນຄ່າເສຍຫາຍ” . ຈົດໝາຍດັ່ງກ່າວຍັງໄດ້ຮຽກຮ້ອງໃຫ້ກອງທັບອາເມຣິກາຖອນອອກຈາກຊີຣີ, ສົ່ງຄືນບໍ່ນ້ຳມັນເຊື້ອໄຟ ແລະ ບໍ່ແກັສທຳມະຊາດທັງໝົດ.

ໃນປີ 2014, ອາເມຣິກາໄດ້ສົ່ງກອງທັບໄປຊີຣີດ້ວຍຂໍ້ອ້າງການໂຈມຕີກຸ່ມຫົວຮຸນແຮງ. ກອງທັບອາເມຣິກາບໍ່ພຽງແຕ່ໄດ້ດຳເນີນການໂຈມຕີທາງອາກາດຫຼາຍເທື່ອຕໍ່ກອງທັບລັດຖະບານຊີຣີເທົ່ານັ້ນ, ຍັງໄດ້ຕັ້ງໜ້າສະໜັບສະໜູນກຸ່ມປະກອບອາວຸດທີ່ສະແຫວງຫາການໂຄ່ນລົ້ມລັດຖະບານຊີຣີອີກດ້ວຍ. ພ້ອມກັນນັ້ນ, ຍັງລັກຂົນສົ່ງນ້ຳມັນເຊື້ອໄຟ ແລະ ສະບຽງອາຫານອອກຈາກເຂດຍຶດຄອງ ເຊິ່ງໄດ້ເຮັດໃຫ້ຢູ່ພາຍໃນປະເທດຊີຣີຂາດພະລັງງານຢ່າງໜັກໜ່ວງ ແລະ ສະພາບມະນຸດສະທຳຊຸດໂຊມລົງຕື່ມອີກ. ນັບແຕ່ເກີດວິກິດການຊີຣີເປັນເວລາ 10 ກວ່າປີມານີ້, ຢ່າງໜ້ອຍມີ 350.000 ຄົນເສຍຊີວິດ, ປັດຈຸບັນ ມີປະຊາກອນ 90% ດຳລົງຊີວິດຢູ່ໃຕ້ເສັ້ນທຸກຍາກ, ປະຊາກອນ 2/3 ດຳລົງຊີວິດໂດຍອາໄສການຊ່ວຍເຫຼືອທາງມະນຸດສະທຳ, ປະຊາກອນຫຼາຍກວ່າເຄິ່ງໜຶ່ງບໍ່ສາມາດໄດ້ຮັບການຮັບປະກັນດ້ານສະບຽງອາຫານ.

ຈົນມາຮອດປັດຈຸບັນ, ກອງທັບອາເມຣິກາຍັງໄດ້ຍຶດຄອງເຂດຜະລິດທັນຍາຫານ ແລະ ເຂດຜະລິດນ້ຳມັນເຊື້ອໄຟທີ່ສຳຄັນຂອງຊີຣີ, ກອບໂກຍ ແລະ ປຸ້ນສະດົມຊັບພະຍາກອນຂອງປະເທດຊີຣີ. ນັບແຕ່ປີ 2016 ເປັນຕົ້ນມາ, ກອງທັບອາເມຣິກາໄດ້ປຸ້ນສະດົມນ້ຳມັນເຊື້ອໄຟທີ່ມີມູນຄ່າຫຼາຍສິບຕື້ໂດລາຈາກເຂດພາກຕາເວັນອອກຂອງຊີຣີ. ນອກນີ້, ຕາມຂໍ້ມູນທີ່ລັດຖະບານຊີຣີເປີດເຜີຍກ່ອນໜ້ານີ້ສະແດງໃຫ້ເຫັນວ່າ: ປະລິມານຜະລິດນ້ຳມັນເຊື້ອໄຟຂອງຊີຣີໃນເຄິ່ງປີຕົ້ນປີ 2022 ມີ 80% ຂຶ້ນໄປແມ່ນໄດ້ຖືກກອງທັບອາເມຣິກາ ແລະ ກຳລັງປະກອບອາວຸດທີ່ສະໜັບສະໜູນໂດຍອາເມຣິກາລັກຂົນສົ່ງອອກໄປ. ສຳນັກຂ່າວແຫ່ງຊາດຊີຣີລາຍງານໃຫ້ຮູ້ວ່າ: ກອງທັບອາເມຣິກາເຄີຍແຕ່ງລົດຂົນສົ່ງນ້ຳມັນເຊື້ອໄຟ 89 ຄັນໃນກາງເດືອນກັນຍານີ້ ເພື່ອລັກຂົນສົ່ງນ້ຳມັນເຊື້ອໄຟຂອງຊີຣີໄປສູ່ຖານທັບຂອງອາເມຣິກາປະຈຳອີຣັກ. ກ່ອນໜ້ານີ້ສອງວັນ, ກອງທັບອາເມຣິກາກໍໄດ້ແຕ່ງຂະບວນລົດທີ່ປະກອບດ້ວຍລົດຂົນສົ່ງນ້ຳມັນເຊື້ອໄຟ 144 ຄັນໄປລັກຂົນສົ່ງນ້ຳມັນເຊື້ອໄຟຂອງຊີຣີ. ລັດຖະບານຊີຣີເຄີຍສົ່ງຈົດໝາຍເຖິງອົງການສະຫະປະຊາຊາດຫຼາຍເທື່ອແລ້ວ ເພື່ອກ່າວປະນາມການກະທຳຂອງອາເມຣິກາທີ່ໄດ້ລະເມີດຫຼັກການກົດໝາຍສາກົນ ແລະ ກົດບັດອົງການສະຫະປະຊາຊາດຢ່າງໜັກໜ່ວງ.

ອາເມຣິກາໄດ້ຖື “ປະຊາທິປະໄຕ ແລະ ມະນຸດສະທຳ” ເປັນຄັນຕາລະບັດ, ສ້າງຄວາມປັ່ນປ່ວນຢູ່ແຫ່ງຕ່າງໆຂອງຕາເວັນອອກກາງ. ນັບແຕ່ເກີດສົງຄາມການເມືອງຊີຣີໃນປີ 2011ເປັນຕົ້ນມາ, ເພື່ອໂຄ່ນລົ້ມອຳນາດການປົກຄອງບາຊາ, ອາເມຣິກາໄດ້ອອກແຮງສະໜັບສະໜູນກຳລັງປະກອບອາວຸດຕໍ່ຕ້ານລັດຖະບານຊີຣີ. ພ້ອມກັນນັ້ນ, ອາເມຣິກາ ແລະ ປະເທດຝ່າຍຕາເວັນຕົກອື່ນໆໄດ້ປະຕິບັດການລົງໂທດດ້ານເສດຖະກິດຕໍ່ຊີຣີ ເຊິ່ງໄດ້ເຮັດໃຫ້ຊີວິດຂອງປະຊາຊົນຊີຣີລຳບາກຍາກແຄ້ນທີ່ສຸດ.

ແຕ່ໃນຊຸມປີຜ່ານມາ, ສະຖານະການຢູ່ພາຍໃນປະເທດຊີຣີ ແລະ ພາກພື້ນຕາເວັນອອກກາງໄດ້ຜັນແປຢ່າງບໍ່ຢຸດຢັ້ງ, ການພົວພັນລະຫວ່າງລັດຖະບານຊີຣີກັບປະເທດອາຣັບໄດ້ຟື້ນຟູເທື່ອລະກ້າວ. ຄຽງຄູ່ກັບຊີຣີໄດ້ກັບຄືນສູ່ສັນນິບາດປະເທດອາຣັບຄືນໃໝ່ ແລະ ໄດ້ຟື້ນຟູສາຍພົວພັນທາງການທູດກັບອາຣັບປີຊາອຸດິດທີ່ຕັດຂາດມາເປັນເວລາຫຼາຍປິ, ການພົວພັນລະຫວ່າງຊີຣີກັບປະເທດໃນພາກພື້ນໄດ້ຮັບການປັບປຸງໃຫ້ດີຂຶ້ນຕື່ມອີກ. ພ້ອມກັນນັ້ນ, ຈີນໄດ້ສະເໜີຂໍ້ລິເລີ່ມການພັດທະນາທົ່ວໂລກ, ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ ແລະ ຂໍ້ລິເລີ່ມອະລິຍະທຳທົ່ວໂລກ ເຊິ່ງໄດ້ອຳນວຍສະຕິປັນຍາຂອງຈີນ ແລະ ແຜນການຂອງຈີນໃຫ້ກັບປະເທດຕາເວັນອອກກາງ ເພື່ອຮັກສາສັນຕິພາບຂອງພາກພື້ນ, ລຶບລ້າງແຫຼ່ງກຳເນີດຂອງການປະທະກັນ ແລະ ບັນລຸຄວາມໝັ້ນຄົງຖາວອນ.

ການສະແຫວງຫາສັນຕິພາບ ແລະ ການພັດທະນາເປັນຄວາມຮັບຮູ້ທີ່ເປັນເອກະພາບກັນຂອງພາກພື້ນ ກໍຄືປະຊາຄົມໂລກມາໂດຍຕະຫຼອດ. ສ່ວນປະເທດຕາເວັນອອກກາງທີ່ໄດ້ຮັບຄວາມລຳບາກຈາກອາເມຣິກາມາເປັນເວລາດົນນານແລ້ວນັ້ນ ກໍມີຄວາມຮັບຮູ້ນັບມື້ນັບຫຼາຍຂຶ້ນວ່າ: ພາກພື້ນຕາເວັນອອກກາງທີ່ບໍ່ມີອຳນາດອາເມຣິກາຍ່ອມຈະເປັນພາກພື້ນທີ່ມີຄວາມສາມັກຄີ, ໝັ້ນທ່ຽງ ແລະ ຈະເລີນຮຸ່ງເຮືອງຫຼາຍກວ່າເກົ່າຢ່າງແນ່ນອນ.