ໄຂກອງປະຊຸມສຸດຍອດ “G77ແລະຈີນ”

2023-09-16 17:05:00 cri


     ກອງປະຊຸມສຸດຍອດ “ກຸ່ມ 77 ປະເທດ(G 77)ແລະຈີນ” ໄດ້ໄຂຂຶ້ນຢູ່ນະຄອນຫຼວງລາຮາວານປະເທດກູບາໃນວັນທີ 15 ກັນຍານີ້ ໂດຍສຸມໃສ່ການຊຸກຍູ້ການຮ່ວມມືແລະການປະສານງານກັນລະຫວ່າງບັນດາປະເທດພວມພັດທະນາເພື່ອຮັບມືກັບສິ່ງທ້າທາຍໃນປັດຈຸບັນ.

      ກອງປະຊຸມສຸດຍອດຄັ້ງນີ້ແມ່ນໄດ້ຈັດຂຶ້ນໂດຍກູບາທີ່ເປັນປະເທດປະທານໝູນວຽນຂອງກົນໄກ“G77ແລະຈີນ” ພາຍໃຕ້ຫົວຂໍ້ “ສິ່ງທ້າທ້າຍທີ່ຜະເຊີນໜ້າໃນການພັດທະນາໃນປັດຈຸບັນ: ບົດບາດຂອງວິທະຍາສາດ,ເຕັກໂນໂລຊີແລະການປະດິດສ້າງໃໝ່”. ທ່ານ ຫຼີຊີ່ ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນ, ເລຂາຄະນະກຳມະການກວດກາວິໄນສູນກາງພັກຄອມມູນິດຈີນທີ່ເປັນຜູ້ຕາງໜ້າວິສາມັນຂອງທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມແລະກ່າວຄຳປາໄສໃນກອງປະຊຸມສຸດຍອດຄັ້ງນີ້ ໂດຍກ່າວວ່າຍິນດີຮ່ວມກັບກູບາແລະບັນດາປະເທດສະມາຊິກG77, ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳໃຕ້-ໃຕ້ຂອງໂລກ,ຮ່ວມກັນສ້າງຍຸກໃໝ່ແຫ່ງການພັດທະນາຮ່ວມກັນ.