ນາຍົກຈີນເຈລະຈາກັບນາຍົກກຳປູເຈຍ

2023-09-16 15:33:08 cri

 

ວັນທີ 15 ກັນຍານີ້, ທ່ານຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ເຈລະຈາກັບທ່ານຮຸນ ມາເນັດ ນາຍົກລັດຖະມົນຕີກຳປູເຈຍທີ່ພວມຢ້ຽມຢາມຈີນຢ່າງເປັນທາງການຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ.

 

ທ່ານຫຼີສຽງກ່າວວ່າ: ປີນີ້ແມ່ນປີທີ່ຈີນ-ກຳປູເຈຍສ້າງສາຍພົວພັນທາງການທູດຄົບຮອບ 65 ປີ, ຈີນຍິນດີຮ່ວມກັບກຳປູເຈຍ ຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນລະຫວ່າງຜູ້ນຳສອງປະເທດ, ເພີ່ມທະວີການແລກປ່ຽນດ້ານຍຸດທະສາດຕື່ມອີກ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍໄດ້ຮັບຄວາມຄືບໜ້າໃໝ່ຢ່າງບໍ່ຢຸດຢັ້ງ. ຊຸກຍູ້ໃຫ້ການຮ່ວມມືລະຫວ່າງຈີນ-ກຳປູເຈຍໃນຂົງເຂດຕ່າງໆ ເຊັ່ນ: ອຸດສາຫະກຳ, ກະສິກຳ, ເສດຖະກິດການຄ້າ ແລະອື່ນໆໄດ້ຮັບການຍົກລະດັບໃຫ້ສູງຂຶ້ນ, ແລະໄດ້ຮັບຜົນສຳເລັດທີ່ແທ້ຈິງຫຼາຍກວ່າເກົ່າ.

 

ທ່ານຮຸນ ມາເນັດກ່າວວ່າ: ກຳປູເຈຍຍຶດໝັ້ນຫຼັກການປະເທດຈີນດຽວ, ຍິນດີຮ່ວມກັບຈີນເປີດກວ້າງການຮ່ວມມືໃນຂົງເຂດຕ່າງໆໃຫ້ຕື່ມອີກ, ເພີ່ມທະວີການປະສານງານໃນວຽກງານສາກົນ ແລະພາກພື້ນ, ສ້າງຄູ່ຮ່ວມຊາຕາກຳກຳປູເຈຍ-ຈີນ.