ເວທີເປິກສາຫາລືແມ່ຍິງຈີນ-ອາຊຽນ 2023 ໄດ້ຈັດຂຶ້ນຢູ່ເມືອງຫຼິວໂຈ່ວເຂດປົກຄອງຕົນເອງເຜົ່າຈ້ວາງກວາງຊີຈີນ

2023-09-16 15:56:22 cri

 

ວັນທີ 15 ກັນຍານີ້, ເວທີເປິກສາຫາລືແມ່ຍິງຈີນ-ອາຊຽນ 2023 ໄດ້ຈັດຂຶ້ນຢູ່ເມືອງຫຼິວໂຈ່ວເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ. ບັນດາຝ່າຍທີ່ໄດ້ເຂົ້າຮ່ວມເວທີເປິກສາຫາລືຄັ້ງນີ້ໄດ້ສະເໜີຂໍ້ລິເລີ່ມວ່າ: ຈີນ ແລະອາຊຽນຄວນກຳແໜ້ນໂອກາດ, ລົງເລິກການແລກປ່ຽນດ້ານວັດທະນະທຳໃນຂົງເຂດແມ່ຍິງ, ນຳພາແມ່ຍິງຕັ້ງໜ້າເຂົ້າຮ່ວມການຮ່ວມມືສາກົນໃນຂົງເຂດການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ, ຊຸກຍູ້ການມອບສິດໃຫ້ແມ່ຍິງດ້ວຍການພັດທະນາ, ສົ່ງເສີມຄວາມສະເໝີພາບທາງເພດ ແລະການພັດທະນາຢ່າງຮອບດ້ານຂອງແມ່ຍິງ.

 

ເວທີເປິກສາຫາລືຄັ້ງນີ້ໄດ້ຈັດຂຶ້ນໂດຍສະຫະພັນແມ່ຍິງແຫ່ງຊາດຈີນ ແລະອົງການປົກຄອງປະຊາຊົນເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ພາຍໃຕ້ຫົວຂໍ້ “ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ ແລະການພັດທະນາຂອງແມ່ຍິງ”. ມີຜູ້ຕາງໜ້າຈາກອົງການ ແລະອົງການຈັດຕັ້ງແມ່ຍິງຈີນ ແລະບັນດາປະເທດອາຊຽນທັງໝົດ 200 ກວ່າທ່ານໄດ້ເຂົ້າຮ່ວມເວທີເປິກສາຫາລືຄັ້ງນີ້, ແລະໄດ້ຄົ້ນຄວ້າເປິກສາຫາລືຢ່າງເລິກເຊິ່ງໂດຍປິ່ນອ້ອມຫົວຂໍ້ “ເສດຖະກິດດີຈີຕອນສ້າງຄວາມສາມາດໃຫ້ແກ່ແມ່ຍິງໃນການປະກອບອາຊີບ ແລະການປະດິດສ້າງໃໝ່” ແລະ “ການອົບຮົມແມ່ຍິງຜູ້ມີຄວາມຮູ້ຄວາມສາມາດດ້ານວິທະຍາສາດເຕັກໂນໂລຊີ”.