ເຂດຮ່ວມມືການທ່ອງທ່ຽວຂ້າມຊາຍແດນນ້ຳຕົກຕາດເດີທ່ຽນ(ບ້ານຈົກ)ຈີນ-ຫວຽດນາມເລີ່ມທົດລອງດຳເນີນທຸລະກິດ

2023-09-16 15:12:40 CRI

 

ໃນເວລາ 10 ໂມງຂອງວັນທີ 15 ກັນຍານີ້, ພິທີເລີ່ມທົດລອງດຳເນີນທຸລະກິດຂອງເຂດຮ່ວມມືການທ່ອງທ່ຽວຂ້າມຊາຍແດນນ້ຳຕົກຕາດເດີທ່ຽນ(ບ້ານຈົກ)ຈີນ-ຫວຽດນາມໄດ້ຈັດຂຶ້ນຢູ່ເສັ້ນຊາຍແດນລະຫວ່າງສະຖານີກວດກາຂອງສອງປະເທດໃນເຂດຮ່ວມມື, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ເຂດຮ່ວມມືການທ່ອງທ່ຽວຂ້າມຊາຍແດນນ້ຳຕົກຕາດເດີທ່ຽນ(ບ້ານຈົກ)ຈີນ-ຫວຽດນາມໄດ້ເລີ່ມທົດລອງດຳເນີນທຸລະກິດແລ້ວ.

 

ເຂດຮ່ວມມືການທ່ອງທ່ຽວຂ້າມຊາຍແດນນ້ຳຕົກຕາດເດີທ່ຽນ(ບ້ານຈົກ)ຈີນ-ຫວຽດນາມແມ່ນໂຄງການທີ່ໄດ້ຮັບການກໍ່ສ້າງແລະການປະຕິບັດຮ່ວມລະຫວ່າງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນແລະແຂວງກາວບັງຂອງຫວຽດນາມພາຍຫຼັງຈີນແລະຫວຽດນາມໄດ້ລົງນາມໃນ “ສັນຍາກ່ຽວກັບການຮ່ວມມືປົກປັກຮັກສາແລະພັດທະນາຊັບພະຍາກອນການທ່ອງທ່ຽວນ້ຳຕົກຕາດເດີທ່ຽນ (ບ້ານຈົກ)ລະຫວ່າງສປ ຈີນ ແລະ ສສ ຫວຽດນາມ” ໃນປີ 2015. ໂດຍຜ່ານຄວາມພະຍາຍາມເປັນເວລາຫຼາຍປີ, ປັດຈຸບັນນີ້ເຂດຮ່ວມມືດັ່ງກ່າວໄດ້ມີເງື່ອນໄຂທົດລອງດຳເນີນທຸລະກິດແລ້ວ.