ນາຍົກລາວຕີລາຄາສູງຕໍ່ຂໍ້ລິເລິ່ມ “ໜຶ່ງແລວໜຶ່ງເສັ້ນທາງ”: ໄດ້ສ້າງຜົນປະໂຫຍດຮູບປະທຳໃຫ້ແກ່ຈີນ ແລະ ບັນດາປະເທດອາຊຽນ

2023-09-17 16:41:52 CRI

    “ຂໍ້ລິເລີ່ມ ‘ໜຶ່ງແລວໜຶ່ງເສັ້ນທາງ’ ໄດ້ສ້າງຜົນປະໂຫຍດຮູບປະທຳໃຫ້ແກ່ຈີນ ແລະ ບັນດາປະເທດອາຊຽນ,ສອງຝ່າຍລ້ວນແຕ່ໄດ້ຮັບໝາກຜົນການຮ່ວມມືທີ່ດີຫຼາຍໃນຂົງເຂດຕ່າງໆ ເຊັ່ນ: ການລົງທຶນ, ການຄ້າ, ວັດທະນະທຳ ແລະການທ່ອງທ່ຽວເປັນຕົ້ນ.” ວັນທີ 16 ກັນຍານີ້, ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວທີ່ເຂົ້າຮ່ວມພິທີໄຂງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20ໄດ້ຕີລາສູງຕໍ່ຂໍ້ລິເລິ່ມ “ໜຶ່ງແລວໜຶ່ງເສັ້ນທາງ”.



    ໃນເວລາໃຫ້ສຳພາດຕໍ່ນັກຂ່າວ, ທ່ານສອນໄຊ ສີພັນດອນກ່າວວ່າ: ໂດຍສະເພາະແມ່ນທາງລົດໄຟລາວ-ຈີນໄດ້ສ້າງຄວາມສຸກໃຫ້ແກ່ປະຊາຊົນລາວ,ພ້ອມທັງເປັນໂຄງການຮ່ວມມືລັກສະນະຂີດໝາຍທີ່ຈີນ ກັບ ປະເທດອາຊຽນເພີ່ມທະວີການເຊື່ອມຈອດກັນພາຍໃຕ້ຂອບຂໍ້ລິເລິ່ມ “ໜຶ່ງແລວໜຶ່ງເສັ້ນທາງ”. ໃນອະນາຄົດ ຈະມີຄົນຫຼາຍກວ່າເກົ່າໄປທ່ຽວຢູ່ລາວໂດຍຜ່ານທາງລົດໄຟລາວ-ຈີນ, ນີ້ຈະເພີ່ມທະວີການແລກປ່ຽນດ້ານວັດທະນະທຳ ແລະ ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ ກັບ ປະເທດອາຊຽນຕື່ມອີກ.


    ທ່ານສອນໄຊ ສີພັນດອນເຫັນວ່າ: ງານວາງສະແດງສິນຄ້າຈີນ-ອາຊຽນແມ່ນເວທີທີ່ດີ ເຊິ່ງໄດ້ສ້າງເງື່ອນໄຂທີ່ດີໃຫ້ແກ່ບັນດາປະເທດອາຊຽນ ເຊັ່ນ:ລາວເປັນຕົ້ນຊຸກຍູ້ຜະລິດຕະພັນຂອງປະເທດຕົນກ້າວໄປສູ່ເວທີສາກົນ. ໂດຍຜ່ານການເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊຽນ, ວິສາຫະກິດລາວໄດ້ຮັບຮູ້ຄວາມຕ້ອງການໃນຕະຫຼາດຂອງຈີນ ແລະ ປະເທດອື່ນໆໃນອາຊຽນຢ່າງເລິກເຊິ່ງ, ຊ່ວຍຜະລິດຕະພັນລາວ “ສົ່ງໄປຕ່າງປະເທດ”.


    ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20 ຈັດຂຶ້ນຢູ່ນະຄອນນານນີງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນແຕ່ວັນທີ 16 ຫາ 19 ກັນຍານີ້ ໂດຍມີຫົວຂໍ້ວ່າ “ຢູ່ຮ່ວມກັນຢ່າງປອງດອງ ເພື່ອສ້າງບ້ານເກີດເມືອງນອນ, ຮ່ວມຊາຕາກຳເພື່ອ ມຸ່ງໜ້າສູ່ອະນາຄົດຮ່ວມກັນ: ຊຸກຍູ້ ‘ໜຶ່ງແລວໜຶ່ງເສັ້ນທາງ’  ໃຫ້ພັດທະນາຢ່າງມີຄຸນນະພາບສູງ ແລະ ກໍ່ສ້າງສູນເຕີບໂຕທາງດ້ານເສດຖະກິດ”. ງານວາງສະແດງສິນຄ້າເທື່ອນີ້ໄດ້ຈັດຂຶ້ນພໍດີກົງກັບເວລາການສະເໜີຂໍ້ລິເລິ່ມຮ່ວມກັນສ້າງ “ໜຶ່ງແລ້ວໜຶ່ງເສັ້ນທາງ” ຄົບຮອບ 10 ປີ.