ເວທີເປິກສາຫາລືການຮ່ວມມືອຸຕຸນິຍົມຈີນ-ອາຊຽນຄັ້ງທີ 3 ຈັດຂຶ້ນຢູ່ນະຄອນນານນິງເຂດກວາງຊີຈີນ

2023-09-17 14:37:09 cri

ວັນທີ 16 ກັນຍານີ້, ເວທີເປິກສາຫາລືການຮ່ວມມືອຸຕຸນິຍົມຈີນ-ອາຊຽນຄັ້ງທີ 3 ໄດ້ຈັດຂຶ້ນຢູ່ນະຄອນນານນິງ, ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ສປ ຈີນ.

ເວທີເປິກສາຫາລືໃນຄັ້ງນີ້ໄດ້ທົບທວນຄືນຜົນສຳເລັດຂອງການຮ່ວມມືດ້ານອຸຕຸນິຍົມຈີນ-ອາຊຽນນັບແຕ່ຈັດເວທີເປິກສາຫາລືຄັ້ງທຳອິດໃນປີ 2016 ເປັນຕົ້ນມາ, ທັງໄດ້ຄົ້ນຄວ້າເປິກສາຫາລືທິດທາງການຮ່ວມມືໃນອະນາຄົດ ໂດຍໄດ້ບັນລຸຄວາມເຫັນທີ່ເປັນເອກະພາບໃນໃນດ້ານການລົງເລິກກົນໄກການຮ່ວມມືດ້ານອຸຕຸນີຍົມໃນພາກພື້ນ, ດຳເນີນການຄົ້ນຄວ້າວິທະຍາສາດດ້ານລົມພາຍຸໃຕ້ຝຸ່ນ, ເພີ່ມທະວີການເຝິກອົບຮົມສາກົນ, ຊຸກຍູ້ການຈັດຕັ້ງປະຕິບັດຂໍ້ລິເລີ່ມເຕືອນໄພລ່ວງໜ້າທົ່ວປວງຊົນຂອງອົງການສະຫະປະຊາຊາດ ແລະ ອື່ນໆ. ເວທີເປິກສາຫາລືດັ່ງກ່າວໄດ້ຮັບຜົນສຳເລັດອັນຕັ້ງໜ້າ.

ໃນໄລຍະຈັດເວທີເປິກສາຫາລືດັ່ງກ່າວ, ອົງການອຸຕຸນິຍົມຈີນ ກັບ ກົມອຸຕຸນິຍົມ ແລະ ອຸທົກກະສາດກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມລາວ ໄດ້ລົງນາມໃນບົດບັນທຶກເຈດຈຳນົງໂຄງການຮ່ວມມື ໂດຍໄດ້ຢືນຢັນກົນໄກວຽກງານກ່ຽວກັບສອງຝ່າຍຮ່ວມມືກັນປະຕິບັດການກໍ່ສ້າງຄວາມສາມາດປ້ອງກັນ ແລະ ຫຼຸດຜ່ອນໄພພິບັດດ້ານອຸຕຸນິຍົມລາວ, ການນຳໃຊ້ລະບົບເຕືອນໄພຫຼາຍຊະນິດຢ່າງລ່ວງໜ້າຢູ່ອາຊີ, ເຕັກນິກພະຍາກອນອາກາດແບບໄພພິບັດ ແລະ ໂຄງການອື່ນໆ.