ຈັດກອງປະຊຸມໂຕະມົນຂອງລັດຖະມົນຕີການກໍ່ສ້າງຈີນ-ອາຊຽນຄັ້ງທຳອິດ

2023-09-17 11:08:06 CRI

    ປີນີ້ແມ່ນຈີນ ກັບ ອາຊຽນສ້າງການພົວພັນຄູ່ຮ່ວມຍຸດທະສາດຄົບຮອບ 20ປີ. ໃນຖານະທີ່ເປັນກິດຈະກຳຂອງງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20, ກອງປະຊຸມໂຕະມົນຂອງລັດຖະມົນຕີການກໍ່ສ້າງຈີນ-ອາຊຽນຄັ້ງທຳອິດໄດ້ຈັດຂຶ້ນຢູ່ນະຄອນນານນີງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນໃນວັນທີ 16ກັນຍານີ້.



    ກອງປະຊຸມເທື່ອນີ້ມີຫົວຂໍ້ວ່າ “ເປີດປະຕູຮ່ວມມືກັນ ຕ່າງຝ່າຍຕ່າງມີຜົນປະໂຫຍດ ຮ່ວມກັນຊົມໃຊ້ໂອກາດໃໝ່ແຫ່ງການຮ່ວມມືໃນຂົງເຂດກໍ່ສ້າງລະຫວ່າງຈີນ ກັບ ອາຊຽນ”. ກອງປະຊຸມໄດ້ເປັນເອກະສັນກັນຮັບຮອງເອົາ “ຂໍ້ລິເລີ່ມນານນີງຂອງກອງປະຊຸມໂຕະມົນຂອງລັດຖະມົນຕີການກໍ່ສ້າງຈີນ-ອາຊຽນ” ເຊິ່ງເປັນເອກະສານໝາກຜົນຂອງກອງປະຊຸມເທື່ອນີ້.

 

     ຂໍ້ລິເລີ່ມດັ່ງກ່າວລະບຸວ່າ: ຈີນ ແລະ ປະເທດທີ່ກ່ຽວຂ້ອງໃນອາຊຽນຈະຄົ້ນຄວ້າສ້າງກົນໄກການຮ່ວມມື ແລະ ແລກປ່ຽນໃນຂົງເຂດກວ້າງຂວາງ. ຈະຮ່ວມກັນຊຸກຍູ້ການກໍ່ສ້າງຕົວເມືອງທີ່ໜ້າຢູ່ ແລະ ມີຄຸນນະພາບສູງ. ຈະເພີ່ມທະວີການຮ່ວມມືໃນດ້ານເຮືອນຢູ່ ເພີ່ມທະວີການແລກປ່ຽນປະສານງານ ແລະ ການຊົມໃຊ້ຂໍ້ມູນຂ່າວສານຮ່ວມກັນໃນຂະແໜງການກໍ່ສ້າງ ເພື່ອຍົກສູງລະດັບການຮ່ວມມືສາກົນດ້ານການກໍ່ສ້າງໂຄງການ.