ໄຂງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20

2023-09-17 11:19:21 CRI

    ວັນທີ 16 ກັນຍານີ້, ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20 ໄດ້ໄຂຂຶ້ນຢູ່ນະຄອນນານນີງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ, ຜະລິດຕະພັນທີ່ມີທ່າແຮງ ແລະ ເອກະລັກທີ່ມາຈາກ 45 ປະເທດ ແລະ ເຂດແຄວ້ນໄດ້ໂຮມສູນວາງສະແດງ. ກິດຈະກຳຕ່າງໆ ເຊັ່ນ: ເວທີເປິກສາຫາລືທີ່ເປັນລະບົບຂອງງານວາງສະແດງເປັນຕົ້ນກໍ່ຈະຈັດຂຶ້ນຕາມຫຼັງ, ແຂກຜູ້ມີກຽດທີ່ມາຈາກຈີນ ແລະ ບັນດາປະເທດອາຊຽນຈະຈັດງານສົນທະນາເພື່ອແລກປ່ຽນຄວາມຄິດຄວາມເຫັນໂດຍປິ່ນອ້ອມບັນຫາໃນຂົງເຂດຕ່າງໆ ເຊັ່ນ: ການລົງທຶນ, ພະລັງງານ ແລະ ສິ່ງແວດລ້ອມເປັນຕົ້ນ.

 

    ນັບມາຮອດເດືອນກໍລະກົດປີນີ້, ການລົງທຶນເຊິ່ງກັນແລະກັນລະຫວ່າງຈີນ ກັບ ບັນດາປະເທດອາຊຽນ ນັບລວມແລ້ວໄດ້ບັນລຸຫຼາຍກວ່າ 380 ຕື້ໂດລາ, ວິສາຫະກິດຈີນທີ່ລົງທຶນໂດຍກົງຢູ່ອາຊຽນບັນລຸຫຼາຍກວ່າ 6.500 ແຫ່ງ.