ຈັດເວທີເປິກສາຫາລືການຄ້າເອເລັກໂຕຣນິກເສັ້ນທາງສາຍໄໝຈີນ-ອາຊຽນ 2023

2023-09-17 14:14:24 cri

ວັນທີ 16 ກັນຍານີ້, ເວທີເປິກສາຫາລືການຄ້າເອເລັກໂຕຣນິກເສັ້ນທາງສາຍໄໝຈີນ-ອາຊຽນ 2023 ໄດ້ໄຂຂຶ້ນຢູ່ນະຄອນນານນິງຂອງຈີນ, ໂຄງການຕ່າງໆດ້ານການຄ້າເອເລັກໂຕຣນິກດີຈີຕອນຈີນ-ອາຊຽນເປີດນຳໃຊ້ຢ່າງເປັນທາງການ.

ເວທີເປິກສາຫາລືຄັ້ງນີ້ໄດ້ເປີດເຜີຍດັດຊະນີພັດທະນາການຮ່ວມມືການຄ້າເອເລັກໂຕຣນິກຈີນ-ອາຊຽນເປັນຄັ້ງທຳອິດ; ສູນການບໍລິການການຄ້າເອເລັກໂຕຣນິກຂ້າມຊາດຊ່ອງທາງດີຈີຕອນເປີດດຳໃຊ້ຢ່າງເປັນທາງການ ເພື່ອອຳນວຍແຜນການແກ້ໄຂປະຕູດຽວໃຫ້ແກ່ຄວາມຕ້ອງການດ້ານການບໍລິການການຄ້າເອເລັກ

ໂຕຣນິກຂ້າມຊາດລະຫວ່າງວິສາຫະກິດຈີນ ແລະ ອາຊຽນທີ່ນັບມື້ນັບຫຼາຍຂຶ້ນ; ສູນແລກປ່ຽນການຄ້າເອເລັກໂຕຣນິກເຂດອຸດສາຫະກຳເສດຖະກິດດີຈີຕອນຈີນ-ອາຊຽນເປີດປ້າຍ ເຊິ່ງຈະເລັ່ງລັດການອົບຮົມບົ່ມສ້າງ ແລະ ການຮ່ວມມືແລກປ່ຽນກ່ຽວກັບຜູ້ມີຄວາມຮູ້ຄວາມສາມາດດ້ານການຄ້າເອເລັກໂຕຣນິກດີຈີຕອນ.