ກອງປະຊຸມສຸດຍອດ “G77 ກັບ ຈີນ” ຮັບຮອງເອົາ “ຖະແຫຼງການລາຮາວານ”

2023-09-17 11:12:46 CRI

    ວັນທີ 16 ກັນຍານີ້, ຫຼັງຈາກກອງປະຊຸມສຸດຍອດ “G77 ກັບ ຈີນ” ໄດ້ສິ້ນສຸດການອະພິປາຍທົ່ວໄປເປັນເວລາ 2 ວັນ, ຜູ້ຕາງໜ້າທີ່ເຂົ້າຮ່ວມກອງປະຊຸມໄດ້ເປັນເອກະສັນກັນຮັບຮອງເອົາ “ຖະແຫຼງການລາຮາວານ”.



    ຖະແຫຼງການດັ່ງກ່າວເນັ້ນໜັກວ່າ, ຕ້ອງການດຳເນີນການປະຕິຮູບຕໍ່ສະຖານະການການເງິນສາກົນຢ່າງຮອບດ້ານ ແລະ ຮີບດ່ວນ, ປະຕິບັດຕາມວິທີຄຸ້ມຄອງການເງິນທົ່ວໂລກທີ່ມີລັກສະນະກວມລວມ ແລະ ລັກສະນະປະສານສົມທົບຫຼາຍກວ່າເກົ່າ,ຄັດຄ້ານການລົງໂທດແຕ່ຝ່າຍດຽວທີ່ແນໃສ່ປະເທດພວມພັດທະນາ, ຄັດຄ້ານການກະທຳບໍ່ທ່ຽງທຳທີ່ຂັດຂວາງການພັດທະນາເຕັກນິກຂອງປະເທດພວມພັດທະນາເຊັ່ນ: ການຜູກຂາດເຕັກນິກເປັນຕົ້ນ, ຮຽກຮ້ອງປະຊາຄົມໂລກສ້າງສະພາບແວດລ້ອມແບບເປີດປະຕູ, ຍຸຕິທຳ, ກວມລວມ ແລະ ບໍ່ດູໝິ່ນເພື່ອພັດທະນາວິທະຍາສາດເຕັກນິກ.


    ຖະແຫຼງການກ່າວຢ້ຳວ່າ: ປະເທດຕ່າງໆ ແລະ ຝ່າຍທີ່ກ່ຽວຂ້ອງຕ່າງໆຄວນພ້ອມກັນສຸມໃສ່ “ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ” ໃນຂົງເຂດການພັດທະນາທົ່ວໂລກ ແລະ ການພັດທະນາວິທະຍາສາດເຕັກນິກ ບົນພື້ນຖານທີ່ຫາລືຮ່ວມກັນ, ກໍ່ສ້າງຮ່ວມກັນ ແລະ ຊົມໃຊ້ຮ່ວມກັນ.