ປະທານາທິບໍດີອິນໂດເນເຊຍຕີລາຄາສູງຕໍ່ຄວາມວ່ອງໄວ ແລະ ຄວາມໝັ້ນທ່ຽງໃນການແລ່ນລົດຂອງລົດໄຟຄວາມໄວສູງຈາກາຕາ-ບັນດຸງ

2023-09-17 14:30:19 cri

ເມື່ອບໍ່ດົນມານີ້, ທ່ານໂຈໂກ ວີໂດໂດ ປະທານາທິບໍດີອິນໂດເນເຊຍ ໄດ້ໄປສຳຫຼວດທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງ ທີ່ເປັນໂຄງການຮ່ວມມືຈີນ-ອິນໂດເນເຊຍ ພ້ອມທັງໄດ້ຂີ່ລົດໄຟຄວາມໄວສູງດັ່ງກ່າວເປັນເທື່ອທຳອິດ.

ທ່ານ ໂຈໂກ ວີໂດໂດ ກ່າວວ່າ: “ຂ້າພະເຈົ້າມາສຳຫຼວດຢູ່ໂຄງການທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງເປັນເວລາ 4 ເທື່ອແລ້ວ, ເທື່ອນີ້ເປັນເທື່ອທຳອິດທີ່ຂ້າພະເຈົ້າໄດ້ຂີ່ລົດໄຟຄວາມໄວສູງ. ລົດໄຟຄວາມໄວສູງນັ່ງສະບາຍທີ່ສຸດ, ເມື່ອຄວາມໄວຮອດ 350 ກິໂລແມັດຕໍ່ຊົ່ວໂມງ, ຂ້າພະເຈົ້າບໍ່ຮູ້ສຶກເຖິງຄວາມສັ່ນຄອນ ແຕ່ຢ່າງໃດ. ນີ້ກໍຄືຄວາມຄືບໜ້າຂອງອະລິຍະທຳ.”

ຫຼັງຈາກທົດລອງຂີ່ລົດໄຟຄວາມໄວສູງແລ້ວ, ທ່ານໂຈໂກ ວີໂດໂດຍັງໄດ້ລົງວີດີໂອສຳຫຼວດໂຄງການລົດໄຟຄວາມໄວສູງຈາກາຕາ-ບັນດຸງໃນມື້ດັ່ງກ່າວຜ່ານສື່ສັງຄົມອອນລາຍຂອງຕົນ. ທ່ານໂຈໂກ ວີໂດໂດໄດ້ສະແດງຄວາມຍ້ອງຍໍສັນລະເສີນເປັນຢ່າງສູງຕໍ່ຜູ້ສ້າງທາງລົດໄຟຂອງຈີນ ແລະ ອິນໂດເນເຊຍທີ່ໄດ້ທຳຄວາມພະຍາຍາມຢ່າງບຳບາກ. ທ່ານສະແດງຄວາມເຊື່ອໝັ້ນວ່າ: ຫຼັງຈາກທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງເປີດນຳໃຊ້ຢ່າງເປັນທາງການແລ້ວ, ຈະນຳເອົາຄວາມສະດວກສະບາຍຫຼາຍຢ່າງມາໃຫ້ກັບການອອກເດີນທາງຂອງປະຊາຊົນອິນໂດເນເຊຍ ແລະ ກະຕຸ້ນກຳລັງບົ່ມຊ້ອນດ້ານການພັດທະນາເສດຖະກິດຂອງທ້ອງຖິ່ນຕື່ມອີກ.