ທ່ານຫຼີຊຽງເຂົ້າຮ່ວມພິທີໄຂງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20 ແລະ ກ່າວຄຳປາໄສ

2023-09-17 22:30:47 cri

ວັນທີ 17 ກັນຍານີ້, ທ່ານຫຼີຊຽງ ນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມພິທີໄຂງານວາງສະແດງສິນຄ້າຈີນ-ອາຊຽນ ແລະ ກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນຈີນ-ອາຊຽນຄັ້ງທີ 20 ທີ່ຈັດຂຶ້ນຢູ່ນະຄອນນານນິງ, ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ປະເທດຈີນ ແລະ ກ່າວຄຳປາໄສ.

ທ່ານ ຫຼີຊຽງ ກ່າວວ່າ: ການພົວພັນລະຫວ່າງຈີນ ກັບ ອາຊຽນໄດ້ກາຍເປັນແບບຢ່າງທີ່ສຳເລັດຜົນທີ່ສຸດ ແລະ ມີພະລັງຊີວິດທີ່ສຸດໃນການຮ່ວມມືພາກພື້ນອາຊີ-ປາຊິຟິກ, ສະພາບການແນວນີ້ແມ່ນໄດ້ມາບໍ່ແມ່ນງ່າຍ, ໄດ້ເຕົ້າໂຮມຄວາມພະຍາຍາມຮ່ວມກັນຂອງຝ່າຍຕ່າງໆ, ໃນນັ້ນມີແກນກາງທີ່ເປັນທາດແທ້ ແລະ ເສັ້ນຫຼັກທີ່ເຊື່ມສານຕະຫຼອດ ນັ້ນກໍຄື 4 ຕົວໜັງສືຈີນທີ່ວ່າ: “ສະໜິດສະໜົມ, ຈິງໃຈ, ໃຫ້ປະໂຫຍດ ແລະ ກວມລວມ” ທີ່ທ່ານປະທານ ສີຈິ້ນຜິງ ໄດ້ສະຫຼຸບໄວ້.

ສີ່ຕົວໜັງສືດັ່ງກ່າວແມ່ນພື້ນຖານຂອງແນວທາງການຕ່າງປະເທດກັບປະເທດອ້ອມຂ້າງຂອງຈີນ, ຍັງແມ່ນວິທີການຢູ່ຮ່ວມກັນຢ່າງມີໄມຕີຈິດມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ, ຍິ່ງແມ່ນເຄັດລັບສຳຄັນຂອງພວກເຮົາເພື່ອພ້ອມກັນສ້າງອະນາຄົດທີ່ດີງາມ. ພວກເຮົາຄວນພະຍາຍາມຫຼາຍຂຶ້ນກວ່າເກົ່າໃນການຈັດຕັ້ງປະຕິບັດ.

ໜຶ່ງແມ່ນ ຈັດຕັ້ງປະຕິບັດຕົວໜັງສືທີ່ວ່າ “ສະໜິດສະໜົມ” ຢ່າງດີກວ່າເກົ່າ, ໃຫ້ຄວາມຮັກແພງເຊື່ອມໂຍງເຂົ້າກັນລົງສູ່ລວງເລິກຕື່ມອີກ. ຈີນຍິນດີເປີດກວ້າງການຮ່ວມມືກັບອາຊຽນໃນຂົງເຂດຕ່າງໆ ເຊັ່ນ: ວັດທະນະທຳ, ການທ່ອງທ່ຽວ ແລະ ຊາວໜຸ່ມເປັນຕົ້ນ, ຊຸກຍູ້ໃຫ້ປະຊາຊົນເຂົ້າໃຈກັນ ແລະ ສະໜິດສະໜົມກັນຢ່າງບໍ່ຢຸດຢັ້ງ.

ສອງແມ່ນຈັດຕັ້ງປະຕິບັດຕົວໜັງສືທີ່ວ່າ “ຈິງໃຈ” ຢ່າງດີກວ່າເກົ່າ, ຊຸກຍູ້ຮັດແໜ້ນພື້ນຖານຂອງຄວາມໄວ້ເນື້ອເຊື່ອໃຈກັນຕື່ມອີກ. ຈີນຍິນດີຮ່ວມກັບບັນດາປະເທດໃນອາຊຽນ, ປະຕິບັດຕາມຄຳໝັ້ນສຳຍາ, ດຳເນີນການຮ່ວມມືໃນຂົງເຂດຕ່າງໆ.

ສາມແມ່ນ ຈັດຕັ້ງປະຕິບັດຕົວໜັງສືທີ່ວ່າ “ໃຫ້ປະໂຫຍດ” ຢ່າງດີກວ່າເກົ່າ, ຮັດແໜ້ນສາຍສຳພັນດ້ານຜົນປະໂຫຍດຕື່ມອີກ. ຈີນຍິນດີເປີດກວ້າງການນຳເຂົ້າຜະລິດຕະພັນທີ່ມີທ່າແຮງ ແລະ ເອກະລັກຂອງປະເທດອາຊຽນ, ສ້າງຕ່ອງໂສ້ການຜະລິດ ແລະ ຕອງໂສ້ການສະໜອງທີ່ໝັ້ນທ່ຽງ ແລະ ສະດວກກວ່າເກົ່າຢູ່ພາກພື້ນ.

ສີ່ແມ່ນ ຈັດຕັ້ງປະຕິບັດຕົວໜັງສືທີ່ວ່າ “ກວມລວມ” ຢ່າງດີກວ່າເກົ່າ, ເປີດກວ້າງຈິດໃຈເປີດປະຕູສູ່ພາຍນອກຕື່ມອີກ. ຈີນຈະຊຸກຍູ້ຂໍ້ລິເລິ່ມຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ເຊື່ອມຕໍ່ກັບຍຸດທະສາດການພັດທະນາຂອງບັນດາປະເທດຢ່າງດີກວ່າເກົ່າ.