ປະທານາທິບໍດີມານຕາຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ຫົວໜ້າຫ້ອງວ່າການຄະນະກຳມະການວຽກງານການຕ່າງປະເທດສູນກາງພັກຄອມມູນິດຈີນ

2023-09-18 16:23:14 cri


      ວັນທີ 17 ກັນຍານີ້ຕາມເວລາທ້ອງຖິ່ນ, ທ່ານ ຈອດຈ໌ ເວວລາ ປະທານາທິບໍດີມານຕາໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ,ຫົວໜ້າຫ້ອງວ່າການຄະນະກຳມະການວຽກງານການຕ່າງປະເທດສູນກາງພັກຄອມມູນິດຈີນຢູ່ທຳນຽບປະທານາທິບໍດີ.

     ທ່ານ ວາງຢີ້ ກ່າວວ່າ: ຍ້ອນໄດ້ຮັບຜົນປະໂຫຍດຈາກການຊີ້ນຳນຳພາທາງດ້ານຍຸດທະສາດຈາກປະມຸກລັດສອງປະເທດ, ການພົວພັນລະຫວ່າງຈີນ-ມານຕາໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ,ໝັ້ນທ່ຽງແລະປອດໃສ. ຈີນສະແດງຄວາມຍ້ອງຍໍຕໍ່ມານຕາທີ່ໄດ້ປະຕິບັດຕາມຫຼັກການປະເທດຈີນດຽວ,ປະຕິບັດຕໍ່ການພັດທະນາຂອງຈີນຢ່າງພາວະວິໄສແລະມີໄມຕີຈິດມິດຕະພາບ,ເຂົ້າໃຈແລະສະໜັບສະໜູນຈຸດຢືນອັນຊອບທຳຂອງຈີນ. ຈີນຍິນດີຮ່ວມກັບມານຕາສືບຕໍ່ເດັດດ່ຽວສະໜັບສະໜູນເຊິ່ງກັນແລະກັນ,ລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ,ຮ່ວມມືກັນສ້າງ 50 ປີໃໝ່ແຫ່ງການຂະຫຍາຍການພົວພັນລະຫວ່າງຈີນ-ມານຕາໃຫ້ມີຄວາມສວຍສົດງົດງາມກວ່າເກົ່າ.

      ທ່ານ ຈອດຈ໌ ເວວລາ ກ່າວວ່າ: ນັບແຕ່ໄດ້ສ້າງຕັ້ງສາຍພົວພັນທາງການທູດລະຫວ່າງມານຕາ-ຈີນເປັນເວລາ 50 ກວ່າປີມານີ້,ສອງປະເທດໄດ້ສະໜັບສະໜູນແລະປະສານສົມທົບກັນ,ການພົວພັນລະຫວ່າງສອງຝ່າຍໄດ້ຮັກສາທ່າອຽງແຫ່ງການພັດທະນາທີ່ດີ,ການຮ່ວມມືໃນຂົງເຂດຕ່າງໆລະຫວ່າງສອງຝ່າຍໄດ້ຮັບປະສິດທິຜົນຢ່າງເດັ່ນຊັດ. ຄອງຄອຍລົງເລິກການຮ່ວມມືທີ່ແທ້ຈິງກັບຈີນເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ໄດ້ຮັບການພັດທະນາທີ່ໃຫຍ່ຫຼວງກວ່າເກົ່າ.