ຍອດມູນຄ່າການລົງທຶນຂອງໂຄງການທີ່ເຊັນສັນຍາໃນງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20 ມີຫຼາຍກວ່າ 480 ຕື້ຢວນ

2023-09-18 14:49:44 CRI


ວັນທີ 17 ກັນຍານີ້, ພິທີເຊັນສັນຍາໃນງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20 ຈັດຂຶ້ນຢູ່ນະຄອນນານໜີງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ. ງານວາງສະແດງຄັ້ງນີ້ໄດ້ຈັດຕັ້ງການເຊັນສັນຍາໂຄງການລົງທຶນ 470 ໂຄງການ, ຍອດມູນຄ່າການລົງທຶນມີເຖິງ 487,3 ຕື້ຢວນ, ໃນນັ້ນການລົງທຶນເຂົ້າໃນອຸດສາຫະກຳການຜະລິດກວມອັດຕາສ່ວນຫຼາຍກວ່າ 65%, ຈຳນວນກິດຈະກຳ, ຈຳນວນໂຄງການ, ຍອດມູນຄ່າການລົງທຶນ ແລະ ອັດຕາສ່ວນການລົງທຶນເຂົ້າໃນອຸດສາຫະກຳການຜະລິດລ້ວນແຕ່ໄດ້ສ້າງສະຖິຕິສູງສຸດໃນຫຼາຍຄັ້ງຜ່ານມາ.


ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງນີ້ໄດ້ຈັດກິດຈະກຳສົ່ງເສີມການລົງທຶນຂະໜາດໃຫຍ່ 70 ກວ່າຄັ້ງ, ເລືອກເອົາໂຄງການທີ່ຈັດຕັ້ງການເຊັນສັນຍາແບບລວມສູນເຖິງ 184 ໂຄງການ. ໃນນັ້ນ, ໂຄງການຮ່ວມມືດ້ານການລົງທຶນ 170 ໂຄງການ, ໂຄງການກ່ຽວກັບການຄ້າສາກົນ ແລະ ລົງທຶນຢູ່ຕ່າງປະເທດ 14 ໂຄງການ. ສະເລ່ຍແລ້ວແຕ່ລະໂຄງການມີມູນຄ່າລົງທຶນຫຼາຍກວ່າ 1,8 ຕື້ຢວນ, ເພີ່ມຂຶ້ນ 300 ລ້ານຢວນເມື່ອທຽບໃສ່ງານວາງສະແດງຄັ້ງຜ່ານມາ.