ຄະນະຜູ້ແທນກອງກຽດຕິຍົດກອງທັບປົດປ່ອຍປະຊາຊົນຈີນເຂົ້າຮ່ວມຂະບວນສວນສະໜາມສະເຫຼີມສະຫຼອງວັນປະກາດເອກະລາດຂອງເມັກຊິກ

2023-09-18 14:34:08 CRI

 

ວັນທີ 16 ກັນຍານີ້, ໂດຍຕອບສະໜອງຕາມຄຳເຊີນຂອງກະຊວງປ້ອງກັນປະເທດເມັກຊິກ, ຄະນະຜູ້ແທນກອງກຽດຕິຍົດຂອງກອງທັບປົດປ່ອຍປະຊາຊົນຈີນໄດ້ເຂົ້າຮ່ວມຂະບວນສວນສະໜາມສະເຫຼີມສະຫຼອງວັນປະກາດເອກະລາດຂອງເມັກຊິກຄົບຮອບ 213 ປີທັງເປັນວັນສ້າງຕັ້ງໂຮງຮຽນນາຍທະຫານບົກເມັກຊິກຄົບຮອບ 200 ປີ.

 

ມີນາຍແລະພົນທະຫານຈາກກອງທະຫານບົກ, ກອງທະຫານອາກາດ, ກອງທະຫານເຮືອ, ກອງທະຫານຮັກສາຄວາມໝັ້ນຄົງແຫ່ງຊາດແລະຜູ້ແທນຕ່າງປະເທດໄດ້ເຂົ້າຮ່ວມຂະບວນສວນສະໜາມ. ໃນພິທີ, ສະມາຊິກກອງກຽດຕິຍົດກອງທັບປົດປ່ອຍປະຊາຊົນຈີນມີຈິດໃຈຫ້າວຫັນເຂັ້ມແຂງ, ບາດກ້າວສວນສະໜາມມີຄວາມເປັນລະບຽບຮຽບຮ້ອຍ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງທ່າທີຄວາມກ້າຫານຂອງທະຫານຈີນ, ແລະໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ.