ຍີ່ປຸ່ນປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ ນອກຈາກທຳລາຍຜົນປະໂຫຍດຂອງຄົນອື່ນ ກໍຍັງທຳລາຍຜົນປະໂຫຍດຂອງຕົນເຊັ່ນກັນ

2023-09-18 16:33:47 cri

ວັນທີ 24 ສິງຫາຜ່ານມາ, ລັດຖະບານ ແລະ ບໍລິສັດພະລັງງານໄຟຟ້າໂຕກຽວຍີ່ປຸ່ນບໍ່ເອົາຫົວຊາຕໍ່ການຄັດຄ້ານຢ່າງຮຸນແຮງຈາກປະຊາຊົນພາຍໃນປະເທດ ແລະ ປະຊາຄົມໂລກ, ເລີ່ມປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຢ່າງດື້ດ້ານ. ວັນທີ 11 ກັນຍານີ້, ບໍລິສັດພະລັງງານໄຟຟ້າໂຕກຽວໄດ້ສຳເລັດການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລໄລຍະທີໜຶ່ງ ໂດຍໄດ້ປ່ອຍນ້ຳປົນເປື້ອນລັງສີນິວເຄລຍປະມານ 7.800 ໂຕນລົງສູ່ມະຫາສະໝຸດປາຊີຟິກແລ້ວ.


ພາຍຫຼັງຍີ່ປຸ່ນເລີ່ມປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ, ລັດຖະບານຈີນປະກາດໂຈະການນຳເຂົ້າຜະລິດຕະພັນສິນໃນນ້ຳຈາກຍີ່ປຸ່ນຢ່າງຮອບດ້ານ. ອາເມຣິກາ, ອົສຕຣາລີ, ສ.ເກົາຫຼີ ແລະ ປະເທດອື່ນໆ ກໍໄດ້ຫ້າມ ຫຼືຈຳກັດການນຳເຂົ້າຜະລິດຕະພັນສິນໃນນ້ຳຈາກຍີ່ປຸ່ນເຊັ່ນກັນ. ນອກນີ້, ສິງກະໂປ, ຟີລິບປິນ, ອິນໂດເນເຊຍ, ໄທ, ຫວຽດນາມ, ມາເລເຊຍ, ການາດາ ແລະ ສະຫະພາບເອີຣົບເປັນຕົ້ນ ກໍໄດ້ປະຕິບັດມາດຕະການຈຳກັດ ຫຼື ຕິດຕາມຄຸ້ມຄອງຕໍ່ຜະລິດຕະພັນສິນໃນນ້ຳຂອງຍີ່ປຸ່ນ.

ໃນຂະນະດຽວກັນ, ຜູ້ບໍລິໂພກພາຍໃນປະເທດຍີ່ປຸ່ນ ກໍໄດ້ຕໍ່ຕ້ານຜະລິດຕະພັນສິນໃນນ້ຳຂອງຍີ່ປຸ່ນເຊັ່ນກັນ ເຊິ່ງເຮັດໃຫ້ການຈຳໜ່າຍຜະລິດຕະພັນສິນໃນນ້ຳຂອງຍີ່ປຸ່ນໄດ້ຫຼຸດລົງຢ່າງຕໍ່ເນື່ອງ. ຢູ່ພາຍໃນປະເທດຍີ່ປຸ່ນ, ກໍມີນັກທຸລະກິດຈັດຊື້ກ່າວວ່າ: ຈະບໍ່ຊື້ຜະລິດຕະພັນສິນໃນນ້ຳບາງຢ່າງຈາກເຂດຟຸຄຸຊິມະອີກ. ເຖິງວ່າບາງຮ້ານຊັບພະສິນຄ້າຂອງຍີ່ປຸ່ນໄດ້ໂຄສະນາຂາຍຜະລິດຕະພັນສິນໃນນ້ຳຟຸຄຸຊິມະ ດ້ວຍການຫຼຸດລາຄາເປັນ 50%, ແຕ່ກໍບໍ່ມີລູກຄ້າຍອມຊື້ເລີຍ. ຂະແໜງການປະມົງຂອງຍີ່ປຸ່ນກໍປະສົບຄວາມເສຍຫາຍຢ່າງໜັກໜ່ວງຍ້ອນເລື່ອງນີ້, ລາຄາຂອງຜະລິດຕະພັນສິນໃນນ້ຳໄດ້ຫຼຸດລົງຢ່າງຫຼວງຫຼາຍ, ສົ່ງຜົນເຮັດໃຫ້ຊາວປະມົງຈຳນວນຫຼາຍຈຳເປັນຕ້ອງຍ້າຍໄປເຮັດວຽກອື່ນ ເພື່ອລ້ຽງຊີບ.


“ການໄປທ່ຽວຍີ່ປຸ່ນ” ທີ່ເຄີຍໄດ້ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວຕ່າງປະເທດ ກໍໄດ້ພົບຄວາມຫຍຸ້ງຍາກເຊັ່ນກັນ. ຍ້ອນວ່າໄດ້ຄຳນຶງເຖິງຜົນສະທ້ອນຈາກການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຂອງຍີ່ປຸ່ນ, ຈຳນວນນັກທ່ອງທ່ຽວຈີນທີ່ໄປທ່ຽວຍີ່ປຸ່ນໄດ້ຫຼຸດລົງ, ນັກທ່ອງທ່ຽວຈຳນວນຫຼາຍໄດ້ຍົກເລີກແຜນການໄປທ່ຽວຍີ່ປຸ່ນ. ມີບຸກຄົນໃນວົງການກ່າວວ່າ: ນັກທ່ອງທ່ຽວຈີນທີ່ຈະໄປທ່ຽວຍີ່ປຸ່ນໃນໄລຍະພັກບຸນວັນຊາດຈີນປີນີ້ ຄາດວ່າຈະຫຼຸດລົງຢ່າງຫຼວງຫຼາຍ. ການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຂອງຍີ່ປຸ່ນ ກໍໄດ້ສ້າງຜົນກະທົບຕໍ່ນັກທ່ອງທ່ຽວອາເມຣິກາ ແລະ ເອີຣົບ ທີ່ມີແຜນຈະໄປທ່ຽວຍີ່ປຸ່ນເຊັ່ນກັນ, ອົງການທ່ອງທ່ຽວອາເມຣິກາ ແລະ ເອີຣົບ ທີ່ເຄີຍໂຄສະນາການທ່ອງທ່ຽວແບບຊີມອາຫານແຊບຊ້ອຍຂອງຍີ່ປຸ່ນໃນເມື່ອກ່ອນ ກໍໄດ້ຈັດເອົາການແນະນຳອາຫານໄວ້ຢູ່ຕອນທ້າຍຂອງແຜນການທ່ອງທ່ຽວ.

ນອກນີ້, ອຸດສາຫະກຳທ່າແຮງດັ້ງເດີມຂອງຍີ່ປຸ່ນ ເຊັ່ນ: ອຸດສາຫະກຳເຄື່ອງສຳອາງເປັນຕົ້ນ ກໍຖືກກະທົບກະເທືອນຢ່າງໜັກໜ່ວງ. ນອກຈາກມີຄວາມສົງໄສຕໍ່ອາຫານຂອງຍີ່ປຸ່ນແລ້ວ, ລູກຄ້າທັງຫຼາຍກໍເປັນຫ່ວງວ່າ: ເຄື່ອງສຳອາງຂອງຍີ່ປຸ່ນອາດຈະມີວັດຖຸທີ່ມີກຳມັນຕະພາບລັງສີເຊັ່ນກັນ. ຢູ່ຕາມສື່ສັງຄົມອອນລາຍ, ໄດ້ປະກົດມີ “ບັນຊີລາຍຊື່ຫຼີກເວັ້ນເຄື່ອງສຳອາງທີ່ອາດຈະມີກຳມັນຕະພາບລັງສີນິວເຄລຍຂອງຍີ່ປຸ່ນ”. ມີຊາວເນັດເປັນຈຳນວນຫຼວງຫຼາຍ ໄດ້ໂພດຜະລິດຕະພັນເຄື່ອງສຳອາງຂອງຕົນ ທີ່ໄດ້ຕີກັບຄືນໃຫ້ແກ່ຝ່າຍຂາຍ ໂດຍສະແດງຄວາມເປັນຫ່ວງຢ່າງໜັກໜ່ວງຕໍ່ກຳມັນຕະພາບລັງສີນິວເຄລຍ. ອຸດສາຫະກຳເຄື່ອງສຳອາງຂອງຍີ່ປຸ່ນ ກໍໄດ້ປະເຊີນໜ້າກັບວິກິດການອັນໃຫຍ່ຫຼວງເຊັ່ນກັນ.


ສະຫຼຸບແລ້ວເຫັນວ່າ, ລັດຖະບານຍີ່ປຸ່ນໄດ້ດື້ດ້ານປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລແຕ່ຝ່າຍດຽວ, ປະຊາຄົມໂລກໄດ້ສະແດງຄວາມສົງໄສຕໍ່ຄວາມເປັນທຳ, ຄວາມຖືກຕ້ອງຕາມກົດໝາຍ ແລະ ຄວາມປອດໄພຂອງເຫດການນີ້ມາໂດຍຕະຫຼອດ, ນີ້ເປັນການລ່ວງລ້ຳສິດດ້ານສຸຂະພາບ, ສິດພັດທະນາ ແລະ ສິດທິໃນດ້ານສິ່ງແວດລ້ອມຂອງປະຊາຊົນປະເທດອ້ອມມະຫາສະໝຸດປາຊີຟິກ ແລະ ປະຊາຊົນທົ່ວໂລກຢ່າງໜັກໜ່ວງ. ການກະທຳແບບນີ້ຂອງລັດຖະບານຍີ່ປຸ່ນທັງທຳລາຍຜົນປະໂຫຍດຂອງປະຊາຊົນທົ່ວໂລກ ແລະ ກໍໄດ້ທຳລາຍຜົນປະໂຫຍດຂອງຍີ່ປຸ່ນເອງເຊັ່ນກັນ.