“ພາລະກິດລະດູບານໃໝ່” ພາກທີ 1

2023-09-19 17:35:15 CRI



ຢູ່ຈີນມີຄົນພິການຫຼາຍກວ່າ 85 ລ້ານຄົນ, ຄົນພິການເປັນ “ກຸ່ມຄົນພິເສດທີ່ມີຄວາມຫຍຸ້ງຍາກ”, ພາລະກິດຄົນພິການຖືກປຽບທຽບເປັນ “ພາລະກິດລະດູບານໃໝ່”.

 

ບໍ່ວ່າຕອນເຮັດວຽກຢູ່ຂັ້ນທ້ອງຖິ່ນ ຫຼື ຢູ່ຂັ້ນສູນກາງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນລ້ວນແຕ່ມີຄວາມຫ່ວງໃຍເປັນພິເສດຕໍ່ກຸ່ມຄົນພິການ ໂດຍໄດ້ສ້າງຄວາມຊົງຈຳທີ່ອົບອຸ່ນເປັນຈຳນວນຫຼາຍໃຫ້ກັບເຂົາເຈົ້າ. ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ18ຂອງພັກກອມມູນິດຈີນເມື່ອປີ 2012 ເປັນຕົ້ນມາ, ສູນກາງພັກກອມມູນິດຈີນທີ່ມີສະຫາຍສີຈິ້ນຜິງເປັນແກນນຳໄດ້ໃຫ້ຄວາມເອົາໃຈໃສ່ເປັນພິເສດຕໍ່ພາລະກິດຄົນພິການ ໂດຍກຸ່ມຄົນພິການມີຄວາມຮູ້ສຶກໄດ້ຮັບຜົນປະໂຫຍດ, ມີຄວາມສຸກ ແລະ ມີຄວາມປອດໄພເພີ່ມຂຶ້ນຢ່າງເດັ່ນຊັດ.

 

   ຊ່ວຍນຳເອົາໂອກາດປ່ຽນແປງຊີວິດມາສູ່ຜູ້ສອບເສັງເຂົ້າມະຫາວິທະຍາໄລທີ່ບໍ່ມີແຂນທັງສອງເບື້ອງ

 

ທ່ານສີຈິ້ນຜິງມີຄວາມຮັກແພງຢ່າງເລິກເຊິ່ງຕໍ່ບັນດາເພື່ອນຄົນພິການ, ຕອນເຮັດວຽກເປັນການນຳຢູ່ແຂວງຟູຈ້ຽນ, ເພິ່ນໄດ້ປຽບທຽບ “ພາລະກິດຄົນພິການ”ເປັນ “ພາລະກິດລະດູບານໃໝ່”(ລະດູບານໃໝ່ເປັນສັນຍາລັກແຫ່ງຄວາມອົບອຸ່ນ, ເປັນສິ່ງບົ່ງບອກເຖິງຄວາມຫວັງ, ການປະຕິບັດພາລະກິດຄົນພິການ ແມ່ນການນຳເອົາຄວາມອົບອຸ່ນແລະຄວາມຫວັງແຫ່ງລະດູບານໃໝ່ມາສູ່ກຸ່ມຄົນພິການ) ,ເພິ່ນຍັງໄດ້ປະຕິບັດຕົວຈິງໃນການຊ່ວຍເຫຼືອບັນດາເພື່ອນຄົນພິການອີກດ້ວຍ.

 


ໃບປະກາດສະນິຍະບັດຂອງທ່ານຫວງຕ້າວລ້ຽງ ທີ່ມີລາຍເຊັນຂອງທ່ານສີຈິ້ນຜິງ ອະທິການບໍດີມະຫາວິທະຍາໄລວິຊາຊີບໝິນຈ່ຽງແຂວງຟູຈ້ຽນ 

   ປີ1988 ແລະ ປີ1989, ທ້າວ ຫວງຕ້າວລ້ຽງ ນັກຮຽນທີ່ເສຍແຂນທັງສອງເບື້ອງຈາກອຸບັດເຫດຄັ້ງໜຶ່ງຕອນຍັງນ້ອຍນັ້ນ ເຖິງຈະໄດ້ຄະແນນຕາມເກນໃນການສອບເສັງຄັດເລືອກນັກຮຽນເຂົ້າມະຫາວິທະຍາໄລກໍຕາມ, ແຕ່ຊ້ຳພັດບໍ່ໄດ້ຖືກຮັບເອົາເຂົ້າຮຽນມະຫາວິທະຍາໄລເນື່ອງຈາກເງື່ອນໄຂດ້ານຮ່າງກາຍເປັນສອງເທື່ອລຽນຕິດ, ຈົນຮອດເທື່ອທີສາມທີ່ເຂົ້າຮ່ວມການສອບເສັງຄັດເລືອກນັກຮຽນເຂົ້າມະຫາວິທະຍາໄລ, ລາວຈຶ່ງໄດ້ຕ້ອນຮັບໂອກາດປ່ຽນແປງຊີວິດຂອງຕົນເນື່ອງຈາກຖືກມະຫາວິທະຍາໄລວິຊາຊີບໝິນຈ່ຽງຮັບເອົາເປັນກໍລະນີພິເສດ ຈຶ່ງກາຍເປັນນັກສຶກສາບໍ່ມີແຂນທັງສອງເບື້ອງຄົນທຳອິດຂອງແຂວງຟູຈ້ຽນ, ສ່ວນ ຕອນນັ້ນ, ອະທິການບໍດີຂອງມະຫາວິທະຍາໄລວິຊາຊີບໝິນຈ່ຽງກໍແມ່ນທ່ານສີຈິ້ນຜິງ ເລຂາຄະນະພັກນະຄອນຟູໂຈ່ວແຂວງຟູຈ້ຽນໃນເວລານັ້ນເອງ.

 

   ເມື່ອຫວນຄືນເຖິງອະດີດໃນຕອນນັ້ນເທື່ອໃດ, ທ່ານຫວງຕ້າວລ້ຽງກໍຈະເວົ້າວ່າ: “ມີຄວາມຮູ້ບຸນຄຸນຢ່າງເຕັມປ່ຽມຢູ່ໃນໃຈ ເພາະສິ່ງນີ້ໄດ້ເຮັດໃຫ້ຄວາມຝັນຢາກເຂົ້າມະຫາວິທະຍາໄລຂອງຂ້ອຍກາຍເປັນຄວາມຈິງ ເຊິ່ງບໍ່ຕ່າງຫຍັງກັບ ການມີຊີວິດໃໝ່ອີກຄັ້ງ.”

 

   ຫຼັງຈາກຮຽນຈົບມະຫາວິທະຍາໄລແລ້ວ, ພາຍໃຕ້ການຊຸກຍູ້ສົ່ງເສີມຂອງທ່ານສີຈິ້ນຜິງ, ທ່ານຫວງຕ້າວລ້ຽງໄດ້ໄປເຮັດວຽກຢູ່ສະຫະພັນຄົນພິການເມືອງໝິນຊິ່ງ ແຂວງຟູຈ້ຽນ, ໂດຍຖືເອົາການຊ່ວຍເຫຼືອຄົນພິການເປັນພາລະກິດຂອງຕົນ, ລາວໄດ້ເຮັດວຽກຕ່າງໆ ເປັນຕົ້ນແມ່ນການປະກອບອາຊີບ, ການຮ້ອງທຸກຂອງຄົນພິການ, ການເຜີຍແຜ່ໂຄສະນາກ່ຽວກັບວຽກງານຄົນພິການ ແລະອື່ນໆ, ນອກນີ້, ລາວຍັງໄດ້ຮຽບຮຽງຂໍ້ມູນໂຄສະນາກ່ຽວກັບວຽກງານຄົນພິການດ້ວຍຕີນອີກດ້ວຍ ເພື່ອເລົ່າເລື່ອງລາວຄວາມຫຍຸ້ງຍາກຂອງຄົນພິການ, ໂຄສະນາໃຫ້ສັງຄົມໄດ້ຮັບຮູ້ນ້ຳໃຈເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງຄົນພິການດ້ວຍຄວາມຈິງໃຈໃນນາມຄົນພິການຜູ້ໜຶ່ງ.

 

ເຮັດໃຫ້ຄວາມຝັນສູ້ຊົນຂອງເດັກຍິງຫູໜວກປາກກືກແຈ້ງສະຫວ່າງຂຶ້ນ

 

ຢູ່ໃນຫ້ອງຮຽນຂອງໂຮງຮຽນການສຶກສາພິເສດນະຄອນຮໍຮອດເຂດປົກຄອງ ຕົນເອງມົງໂກໃນ, ນາງຫວາງຢານີ ຄູສອນວິຊາເສີມສວຍຕັດຜົມ ກຳລັງບັນຍາຍບົດຮຽນໂດຍຊີ້ໃສ່ຂໍ້ຄວາມຢູ່ເທິງກະດານດຳ, ສ່ວນບັນດານັກຮຽນໄດ້ຍົກມືຕັ້ງຄຳຖາມເປັນບາງຄັ້ງຄາວ. ແຕ່ວ່າບັນຍາກາດໃນຫ້ອງຮຽນຊ້ຳພັດມິດງຽບຫຼາຍ,ເພາະວ່າລະຫວ່າງຄູກັບນັກຮຽນແມ່ນສື່ສານກັນດ້ວຍພາສາມື.

 



ທ່ານສີຈິ້ນຜິງຮຽນພາສາມືນຳນາງຫວາງຢານີ(ຜູ້ນຸ່ງເສື້ອສີຟ້າ)

ນາງຫວາງຢານີມີຄວາມຝັນຢາກເປັນຄູສອນມາຕັ້ງແຕ່ຍັງນ້ອຍ, ສ່ວນປັດໄຈທີ່ກະຕຸ້ນໃຫ້ນາງບັນລຸຄວາມໃຝ່ຝັນຂອງຕົນນັ້ນ ແມ່ນການພົບປະຄັ້ງໜຶ່ງທີ່ເຮັດໃຫ້ນາງຫຼົງລືມບໍ່ໄດ້ໃນຊີວິດ ຄື  ກ່ອນບຸນກຸດຈີນປີ 2014 ຈະໝູນວຽນມາເຖິງ, ທ່ານ ສີຈິ້ນຜິງໄດ້ເດີນທາງໄປເຖິງໂຮງລ້ຽງເດັກກຳພອຍນະຄອນຮໍຮອດ ເຂດປົກຄອງຕົນເອງມົງໂກໃນ, ເພື່ອຢ້ຽມຢາມເດັກນ້ອຍທີ່ດຳລົງຊີວິດຢູ່ທີ່ແຫ່ງນີ້. ເມື່ອເຫັນ ນາງຫວາງຢານີ ເດັກຍິງຫູໜວກປາກກືກ, ທ່ານສີຈິ້ນຜິງ ໄດ້ຮຽນພາສາມືນຳນາງດ້ວຍຄວາມຍິ້ມແຍ້ມແຈ່ມໃສ ແລະ ຍັງໄດ້ໃຫ້ກຳລັງໃຈແກ່ນາງວ່າ: ຈົ່ງດຸໝັ່ນຮ່ຳຮຽນ ແລະ ປະສົບຜົນສຳເລັດທີ່ດີໃນການຮຽນໃຫ້ໄດ້.

 

ນັບຕັ້ງແຕ່ນັ້ນມາ, ຄຳວ່າ “ຈົ່ງດຸໝັ່ນຮ່ຳຮຽນ ແລະ ປະສົບຜົນສຳເລັດທີ່ດີ ໃນການຮຽນໃຫ້ໄດ້” ໄດ້ກາຍເປັນຄະຕິເຕືອນໃຈຂອງນາງຫວາງຢານີ. ເມື່ອພົບພໍ້ກັບຄວາມຫຍຸ້ງຍາກເທື່ອໃດ, ນາງກໍຈະຄຳນຶງເຖິງຄຳເວົ້າທີ່ໃຫ້ກຳລັງໃຈຂອງທ່ານສີຈິ້ນຜິງ ອັນໄດ້ເຮັດໃຫ້ນາງມີຄວາມເດັດດ່ຽວຫຼາຍຂຶ້ນໃນການມຸ່ງໝັ້ນເພື່ອບັນລຸອຸດົມການເປັນຄູສອນ. ປີ2019, ນາງຫວາງຢານີໄດ້ກາຍເປັນຄູສອນ ເຮັດໃຫ້ຄວາມໃຝ່ຝັນຂອງນາງປາກົດຜົນເປັນຈິງໃນທີ່ສຸດ.

 

ສົ່ງເສີມຄູ່ຜົວເມຍຄົນພິການສ້າງຊີວິດທີ່ມີຄຸນຄ່າ

 



ວັນທີ 28 ກໍລະກົດ 2016,  ທ່ານສີຈິ້ນຜິງໄດ້ເດີນທາງໄປເຖິງໂຮງພັກຟື້ນຂອງຄົນອຳມະພາດນະຄອນຖັງຊ່ານແຂວງເຫີເປີຍເພື່ອຢ້ຽມຢາມຄົນອຳມະພາດທີ່ພັກຟື້ນຢູ່ທີ່ແຫ່ງນີ້


ວັນທີ 28 ກໍລະກົດ 2016, ເນື່ອງໃນໂອກາດເຫດການແຜ່ນດິນໄຫວຮຸນແຮງເກີດຂຶ້ນຢູ່ນະຄອນຖັງຊ່ານຄົບຮອບ40ປີ, ທ່ານສີຈິ້ນຜິງໄດ້ເດີນທາງໄປເຖິງໂຮງພັກຟື້ນຂອງຄົນອຳມະພາດນະຄອນຖັງຊ່ານແຂວງເຫີເປີຍເພື່ອຢ້ຽມຢາມຄົນອຳມະພາດທີ່ພັກຟື້ນຢູ່ທີ່ແຫ່ງນີ້, ສອງຜົວເມຍນາງຢາງຢວີ້ຟ່າງ ແລະ ທ່ານກ່າວຈື້ຫົງທີ່ເປັນອຳມະພາດຍ້ອນໄດ້ຮັບບາດເຈັບຈາກແຜ່ນດິນໄຫວນັ້ນ ໄດ້ອ່ານກະວີບົດໜຶ່ງທີ່ປະດິດແຕ່ງໂດຍຕົນເອງຊື່ວ່າ “ຮູ້ສຶກສະໜິດສະໜົມເປັນພິເສດທີ່ໄດ້ພົບກັບພວກທ່ານ” ໃຫ້ທ່ານສີຈິ້ນຜິງຟັງ. ມື້ນັ້ນ, ທ່ານສີຈິ້ນຜິງຍ່າງເຂົ້າໄປຫາພວກເຂົາເຈົ້າ ແລະ ໂອ້ລົມສົນທະນາກັນແບບເພື່ອນມິດເກົ່າ ໂດຍເພິ່ນໄດ້ສອບຖາມສອງຜົວເມຍດ້ວຍຄວາມເອົາໃຈໃສ່ກ່ຽວກັບສະພາບການຟື້ນຟູສຸຂະພາບ ແລະຄວາມຫຍຸ້ງຍາກໃນປັດຈຸບັນມີຫຍັງແດ່.

 

ທ່ານສີຈິ້ນຜິງເວົ້າກັບພວກເຂົາເຈົ້າວ່າ:“ຄົນປົກກະຕິແມ່ນສາມາດສ້າງຊີວິດທີ່ມີຄຸນຄ່າໄດ້, ສ່ວນຄົນພິການກໍສາມາດສ້າງຊີວິດທີ່ມີຄຸນຄ່າໄດ້ເຊັ່ນດຽວກັນ.” ຄຳເວົ້າຂອງເພິ່ນໄດ້ເປັນກຳລັງໃຈຢ່າງໃຫຍ່ຫຼວງໃຫ້ກັບພວກເຂົາເຈົ້າ. ຫຼັງຈາກນັ້ນມາ, ສອງຜົວເມຍນີ້ໄດ້ເລີ່ມອ່ານບົດກະວີເພື່ອຜູ້ເຖົ້າຢູ່ໃນໂຮງລ້ຽງຜູ້ເຖົ້າເພື່ອຖ່າຍທອດພະລັງແຮງທາງບວກ, ເຂົາເຈົ້າຍັງໄດ້ເຮັດເຄື່ອງຫັດຖະກຳແລ້ວເອົາໄປຂາຍ ເພື່ອສະສົມເງິນໄປຊ່ວຍເຫຼືອນັກຮຽນນັກສຶກສາຈາກຄອບຄົວທຸກຍາກ, ເຂົາເຈົ້າໄດ້ກາຍເປັນກຳລັງນຳໜ້າໃນການສ້າງຊີວິດທີ່ມີຄຸນຄ່າ.