ເປີດກອງປະຊຸມສຸດຍອດກ່ຽວກັບເປົ້າໝາຍການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ ຮັບຮອງຖະແຫຼງການການເມືອງວ່າດ້ວຍການເລັ່ງລັດບັນລຸເປົ້າໝາຍການພັດທະນາແບບຍືນຍົງ

2023-09-19 11:01:02 CRI


ວັນທີ 18 ກັນຍານີ້, ກອງປະຊຸມສຸດຍອດກ່ຽວກັບເປົ້າໝາຍການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດທີ່ດຳເນີນໄປເປັນເວລາ 2 ວັນໄດ້ຈັດຂຶ້ນຢູ່ສຳນັກງານໃຫຍ່ອົງການສະຫະປະຊາຊາດທີ່ນະຄອນນິວຢອກຂອງອາເມຣິກາ, ໃນກອງປະຊຸມໄດ້ຮັບຮອງຖະແຫຼງການການເມືອງທີ່ມີຈຸດປະສົງເພື່ອເລັ່ງລັດບັນລຸເປົ້າໝາຍການພັດທະນາແບບຍືນຍົງ.


ໃນຖະແຫຼງການໄດ້ໃຫ້ຄຳໝັ້ນສັນຍາທີ່ຈະສະໜອງເງິນທຶນໃຫ້ແກ່ປະເທດພວມພັດທະນາ, ສະໜັບສະໜູນແຜນການກະຕຸກຊຸກຍູ້ເປົ້າໝາຍການພັດທະນາແບບຍືນຍົງ ທີ່ມີມູນຄ່າຢ່າງໜ້ອຍ 500 ຕື້ໂດລາຕໍ່ປີ, ເຊິ່ງສະເໜີໂດຍທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ, ພ້ອມດ້ວຍກົນໄກຫຼຸດຜ່ອນ ຫຼື ຍົກເວັ້ນໜີ້ສິນທີ່ມີປະສິດທິຜົນ. ຖະແຫຼງການຍັງຮຽກຮ້ອງໃຫ້ປ່ຽນແປງຮູບແບບການດຳເນີນທຸລະກິດຂອງທະນາຄານພັດທະນາຫຼາຍຝ່າຍ, ສະໜອງທຶນສ່ວນຕົວໃຫ້ແກ່ປະເທດພວມພັດທະນາດ້ວຍອັດຕາດອກເບ້ຍທີ່ສາມາດແບກຫາບໄດ້ງ່າຍກວ່າເກົ່າ, ພ້ອມທັງສະໜັບສະໜູນໃຫ້ປະຕິຮູບໂຄງປະກອບດ້ານການເງິນສາກົນທີ່ຖືກທ່ານກູເຕີເຣັສເອີ້ນວ່າ “ຕົກສະໄໝ ບໍ່ດຸນດ່ຽງ ແລະ ບໍ່ຍຸຕິທຳ”.