ເຫດການວັນທີ 18 ກັນຍາເກີດຂຶ້ນຄົບຮອບ 92 ປີ ແຫ່ງຕ່າງໆຈັດກິດຈະກຳເພື່ອສະແດງຄວາມໄວ້ອາໄລຕໍ່ຜູ້ທີ່ເສຍສະຫຼະຊີວິດ

2023-09-19 15:49:08 cri

 

ວັນທີ 18 ກັນຍາປີ 1931, ເຫດການວັນທີ 18 ກັນຍາໄດ້ເກີດຂຶ້ນ ເຮັດໃຫ້ຈີນ ແລະໂລກຕົກໃຈ. ລັດທິຂຸນເສິກຂອງຍີ່ປຸ່ນໄດ້ເລີ່ມສົງຄາມຮຸກຮານຈີນເປັນເວລາ 14 ປີ. ຫຼາຍກວ່າເຄິ່ງໜຶ່ງຂອງແຜ່ນດິນຈີນໄດ້ຖືກໂຈມຕີ, ຄົນຈີນຫຼາຍກວ່າ 35 ລ້ານແມ່ນເສຍຊີວິດ. ວັນທີ 18 ກັນຍານີ້ແມ່ນເຫດການວັນທີ 18 ກັນຍາໄດ້ເກີດຂຶ້ນຄົບຮອບ 92 ປີ, ກິດຈະກຳຕ່າງໆໄດ້ຈັດຂຶ້ນຢູ່ຫຼາຍແຫ່ງໃນທົ່ວປະເທດ ເພື່ອຈົດຈຳປະຫວັດສາດທີ່ໂສກເສົ້າ ແລະສົ່ງເສີມຈິດໃຈອັນຍິ່ງໃຫຍ່ໃນສົງຄາມຕໍ່ຕ້ານຍີ່ປຸ່ນ. ເຫດການວັນທີ 18 ກັນຍາໄດ້ເກີດຂຶ້ນຢູ່ນະຄອນເສີນຢາງແຂວງລຽວນີງຈີນ, ພິທີເປີດສຽງລະຄັງປ່າວເຕືອນ “ຢ່າລືມເຫດການວັນທີ 18 ກັນຍາ” ໄດ້ຈັດຂຶ້ນຢູ່ສະໜາມຫຼວງອານຸສາວະລີຂອງຫໍພິພິທະພັນປະຫວັດສາດ 18 ກັນຍາໃນວັນທີ 18 ກັນຍານີ້. ຢູ່ນະຄອນຫຼວງປັກກິ່ງ, ໄດ້ຈັດກິດຈະກຳກ່ຽວກັບສົງຄາມຕໍ່ຕ້ານຍີ່ປຸ່ນພາຍໃຕ້ຫົວຂໍ້ “ຊອກຫາຮ່ອງຮອຍຂອງສົງຄາມ ແລະຮູ້ສຶກເຖິງຈິດໃຈຂອງສົງຄາມຕໍ່ຕ້ານຍີ່ປຸ່ນ” ໄດ້ຮ່ວມກັບຊາວໜຸ່ມໄຕ້ຫວັນ, ຮົງກົງ ແລະມາເກົາທີ່ຢູ່ນະຄອນຫຼວງປັກກິ່ງເຂົ້າຊົມຫໍລະນຶກສົງຄາມຕໍ່ຕ້ານຍີ່ປຸ່ນຂອງປະຊາຊົນຈີນ. ຢູ່ເມືອງເຈິ້ນຢວນແຂວງກຸ້ຍໂຈ່ວ, ໂຮງຮຽນທ້ອງຖິ່ນໄດ້ຈັດກິດຈະກຳ “ຈົດຈຳປະຫວັດສາດ ເພີ່ມຄວາມເຂັ້ມແຂງໃຫ້ຕົນເອງ” ແລະອື່ນໆ.