ຊື້ເຄື່ອງແບບບໍ່ຈ່າຍເງິນ, ປະກົດການແບບພິລຶກໃນສັງຄົມອາເມຣິກາມາຈາກໃສ?

2023-09-19 17:14:26 cri

ເບື້ອງຫຼັງຂອງປະກົດການ “ປຸ້ນແລ້ວກໍໂຕນໜີ” ທີ່ຈິງແລ້ວ, ເປັນການກະທຳຜິດແບບມີການຈັດຕັ້ງ. ໃນຫຼາຍມື້ມໍ່ໆມານີ້, ຢູ່ຕາມສື່ສັງຄົມອອນລາຍຂອງອາເມຣິກາ, ຊາວເນັດທັງຫຼາຍໄດ້ພິມຂໍ້ຄວາມສະແດງຄວາມຄຽດແຄ້ນຕໍ່ປະກົດການແບບນີ້. ສະພາບການຂອງປະກົດການແບບນີ້ແມ່ນ: ຄົນຈຳພວກໜຶ່ງໄດ້ເຂົ້າໄປປຸ້ນເຄື່ອງຢູ່ໃນຮ້ານຄ້າ ໂດຍຜ່ານການຈັດຕັ້ງທາງສັງຄົມອອນລາຍ ແລ້ວໂຕນໜີ. ການກະທຳຜິດແບບນີ້ ຍັງຖືກຊາວອາເມຣິກາເວົ້າສຽດສີວ່າເປັນ “ການຊື້ເຄື່ອງແບບບໍ່ຈ່າຍເງິນ”. ແຕ່ກ່ອນ, “ການຊື້ເຄື່ອງແບບບໍ່ຈ່າຍເງິນ” ເປັນການໂຄສະນາຂາຍສິນຄ້າຂອງນັກທຸລະກິດອາເມຣິກາຢ່າງໜຶ່ງ, ແຕ່ວ່າ, ດຽວນີ້ພັດກາຍເປັນຄວາມເຈັບແສບສຳລັບເຈົ້າຂອງຮ້ານຄ້າບາງແຫ່ງຂອງອາເມຣິກາ.

ທ່ານແບຣດລີ ຮອງຜູ້ອຳນວຍການໃຫຍ່ດ້ານບໍລິຫານງານຂອງສະພາການຄ້າອາເມຣິກາກ່າວວ່າ: ຂະແໜງການຂາຍຍ່ອຍຂອງອາເມຣິກາໄດ້ສະໜອງຕຳແໜ່ງງານ 1 ສ່ວນ 4 ໃຫ້ແກ່ອາເມຣິກາ. ຂະແໜງການຂາຍຍ່ອຍຖືກກະທົບກະເທືນອ, ຍ່ອມຈະທຳລາຍເສດຖະກິດອາເມຣິກາ. ປະກົດການຕ່າງໆ ເຊັ່ນ:  “ການຊື້ເຄື່ອງແບບບໍ່ຈ່າຍເງິນ”, “ປຸ້ນແລ້ວໂຕນໜີ” ເປັນຕົ້ນ ບໍ່ແມ່ນເລື່ອງທີ່ເກີດຂຶ້ນຢ່າງບັງເອີນ, ຫາກໄດ້ສ່ອງແສງໃຫ້ເຫັນເຖິງຄວາມບົກຜ່ອງດ້ານໂຄງປະກອບເສດຖະກິດອາເມຣິກາ ແລະ ຄວາມຂາດເຂີນດ້ານການປົກຄອງສັງຄົມຂອງອາເມຣິກາ. ຖ້າເກີດຂຶ້ນດົນແລ້ວ, ອາເມຣິກາອາດຈະຕົກເຂົ້າໃນສະພາບທີ່ເສດຖະກິດຊຸດໂຊມລົງ ແລະ ສັງຄົມມີຄວາມວຸ້ນວາຍຂຶ້ນຢ່າງໜັກໜ່ວງ.