ກະຊວງການຕ່າງປະເທດຈີນ: ອາເມຣິກາບໍ່ມີສິດຊີ້ຕີນຊີ້ມືຕໍ່ຄວາມພະຍາຍາມຂອງຈີນໃນການປາບປາມຢາເສບຕິດ

2023-09-19 14:54:49 cri

 

ຕໍ່ກັບເລື່ອງທີ່ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາສະເໜີບົດລາຍງານຕໍ່ລັດຖະສະພາອາເມຣິກາເມື່ອບໍ່ດົນມານີ້, ໂດຍກ່າວຫາວ່າຈີນເປັນ “ປະເທດແຫຼ່ງກຳເນີດຕົ້ນຕໍຂອງຢາເສບຕິດ”. ວັນທີ 18 ກັນຍານີ້, ທ່ານນາງໝາວນີງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ການກ່າວຫາຂອງອາເມຣິກາບໍ່ມີມູນຄວາມຈິງ, ແມ່ນການໃສ່ຮ້າຍປ້າຍສີຈີນ, ຈີນເດັດດ່ຽວຄັດຄ້ານ ແລະຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມ. ທ່ານນາງໝາວນີງກ່າວເນັ້ນວ່າ: ລັດຖະບານຈີນໃຫ້ຄວາມສຳຄັນສູງຕໍ່ວຽກງານປາບປາມຢາເສບຕິດ. ມາຮອດປັດຈຸບັນນີ້, ຈີນໄດ້ຈັດຢາມືນເມົາ ແລະຢາບຳບັດທາງຈິດ 456 ຊະນິດ ແລະສານເຄມີຕັ້ງຕົ້ນ 2 ປະເທດເຂົ້າໃນບັນຊີຄຸ້ມຄອງ, ເປັນໜຶ່ງໃນບັນດາປະເທດທີ່ຄວບຄຸມຢາເສບຕິດໄດ້ຫຼາຍທີ່ສຸດ ແລະເຂັ້ມງວດທີ່ສຸດ. ແຕ່ໃນທາງກົງກັນຂ້າມ, ອາເມຣິກາມີພົນລະເມືອງກວມພຽງແຕ່ 5% ຂອງໂລກເທົ່ານັ້ນ, ແຕ່ການບໍລິໂພກຢາຝິ່ນກວມ 80% ຢູ່ໃນໂລກ, ສາມາດເວົ້າໄດ້ວ່າເປັນຫຼຸມດຳ ແລະແຫຼ່ງກຳເນີດແຫ່ງຄວາມວຸ້ນວາຍໃນການຕ້ານຢາເສບຕິດຂອງທົ່ວໂລກ, ແມ່ນປະເທດທີ່ມີຄວາມຕ້ອງການຢາເສບຕິດຫຼາຍທີ່ສຸດ, ບໍ່ມີສິດຊີ້ຕີນຊີ້ມືຕໍ່ຄວາມພະຍາຍາມຂອງຈີນໃນການປາບປາມຢາເສບຕິດ. ທ່ານນາງໝາວນີງກ່າວເຕືອນອາເມຣິກາໃຫ້ຢຸດໃສ່ຮ້າຍປ້າຍສີຈີນ, ປະຕິບັດເລື່ອງທີ່ມີຜົນປະໂຫຍດຕໍ່ການຮ່ວມມືລະຫວ່າງຈີນ-ອາເມຣິກາ, ບໍ່ແມ່ນເຮັດໃນເລື່ອງທີ່ກົງກັນຂ້າມ.