ລັດຖະບານອູແກຣນປະກາດປົດຕຳແໜ່ງຮອງລັດຖະມົນຕີກະຊວງປ້້ອງກັນປະເທດ 6 ທ່ານ

2023-09-19 14:32:17 CRI

ວັນທີ 18 ກັນຍານີ້, ທ່ານໂອເລ ແຮມຈີນອບ, ລັດຖະມົນຕີຫົວໜ້າຫ້ອງວ່າການລັດຖະບານອູແກຣນກ່າວຜ່ານສື່ສັງຄົມອອນລາຍວ່າ: ລັດຖະບານອູແກຣນໄດ້ອອກຄຳສັ່ງປົດຕຳແໜ່ງຮອງລັດຖະມົນຕີກະຊວງປ້ອງກັນປະເທດອູແກຣນ 6 ທ່ານແລະເລຂາທິການວຽກງານແຫ່ງລັດເຊິ່ງລວມທັງທ່ານນາງແອນນາມ ມັນຢາແລະທ່ານອື່ນໆ. ໃນລາຍຊື່ທີ່ຖືກປົດຕຳແໜ່ງບໍ່ມີທ່ານໂອເລັກຊານເດີ ປາບລີວກໍ໌, ຮອງລັດຖະມົນຕີກະຊວງປ້ອງກັນປະເທດອູແກຣນຄົນທີ 1 ຮ່ວມຢູ່ນຳ.

 

ທ່ານໂວໂລດີເມຍ ເຊເລັນສະກີ, ປະທານາທິບໍດີອູແກຣນໄດ້ປະກາດໃນວັນທີ 3 ກັນຍານີ້ວ່າ: ທ່ານຕັດສິນໃຈປົດຕຳແໜ່ງທ່ານໂອເລັກເຊຍ ເຣັສນີກອບ, ລັດຖະມົນຕີກະຊວງປ້ອງກັນປະເທດແລະໄດ້ສະເໜີທ່ານຣູສແຕມ ອູມິຣອບ, ຜູ້ຮັບຜິດຊອບກອງທຶນຊັບສິນແຫ່ງລັດຂອງອູແກຣນຂຶ້ນເປັນລັດຖະມົນຕີກະຊວງປ້ອງກັນປະເທດຄົນໃໝ່.