ຈີນ ແລະ ອາຊຽນອອກແຮງລົງເລິກການຮ່ວມມືຂ້າມຊາດດ້ານການເງິນ

2023-09-19 16:49:12 CRI

ວັນທີ 18 ກັນຍານີ້, ກອງປະຊຸມເວທີເປິກສາຫາລືຜູ້ນຳກ່ຽວກັບການຮ່ວມມື ແລະ ການພັດທະນາການເງິນຈີນ-ອາຊຽນຄັ້ງທີ 15ທີ່ມີຫົວຂໍ້ວ່າ “ການເງິນຮັບໃຊ້ການພັດທະນາໜຶ່ງແລວໜຶ່ງເສັ້ນທາງດ້ວຍຄຸນນະພາບສູງ” ໄດ້ໄຂຂຶ້ນຢູ່ນະຄອນນານໜີງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ. ແຂກ 300 ກວ່າທ່ານໄດ້ເຕົ້າໂຮມກັນ, ເປິກສາຫາລືກ່ຽວກັບອະນາຄົດອັນກວ້າງຂວາງແຫ່ງການຮ່ວມມືຂ້າມຊາດດ້ານການເງິນລະຫວ່າງຈີນ-ອາຊຽນ.


ທ່ານບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງສປປລາວໄດ້ປະກອບຄຳເຫັນວ່າ, ລາວ ແລະ ຈີນໄດ້ເພີ່ມທະວີການຮ່ວມມືດ້ານການເຊື່ອມໂຍງເຊື່ອມຈອດຕະຫຼາດການເງິນຢ່າງບໍ່ຢຸດຢັ້ງ, ຄຽງຄູ່ກັບການຄ້າ ແລະ ການລົງທຶນລະຫວ່າງຈີນ-ອາຊຽນເພີ່ມຂຶ້ນຢ່າງວ່ອງໄວແລ້ວ, ສອງຝ່າຍຄວນໄດ້ຄົ້ນຄວ້າໂອກາດທີ່ຊຳລະບັນຊີດ້ວຍເງິນຕາຂອງປະເທດຕົນຫຼາຍກວ່າເກົ່າ, ຫຼຸດຜ່ອນຕົ້ນທຶນ ແລະ ຄວາມສ່ຽງແຫ່ງການຄ້າຂາຍໃຫ້ຕ່ຳລົງ, ເພື່ອຊຸກຍູ້ການຄ້າ ແລະ ການລົງທຶນ.