ທ່ານຮານເຈິ້ງພົບປະກັບເລຂາທິການໃຫຍ່ອົງການສະຫະປະຊາຊາດແລະລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ

2023-09-19 14:34:35 CRI

 

ວັນທີ 18 ກັນຍານີ້ຕາມເວລາທ້ອງຖິ່ນ, ທ່ານຮານເຈິ້້ງ, ຮອງປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດທີ່ນະຄອນນີວຢອກຂອງອາເມຣິກາແລະໄດ້ພົບປະກັບທ່ານອັນໂຕນີໂອ ກູເຕເຣັດ, ເລຂາທິການໃຫຍ່ອົງການສະຫະປະຊາຊາດພ້ອມດ້ວຍທ່ານອັນໂຕນີ ບລິນເກນ, ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ.

 

ໃນເວລາພົບປະກັບທ່ານອັນໂຕນີໂອ ກູເຕັເຣັສ, ທ່ານຮານເຈີ້ງກ່າວວ່າ: ຈີນຈະເປັນປະເທດສ້າງສັນຕິພາບຂອງໂລກ, ປະເທດປະກອບສ່ວນເຂົ້າໃນການພັດທະນາຂອງໂລກ, ປະເທດປົກປ້ອງລະບຽບການສາກົນຢ່າງສະເໝີຕົ້ນສະເໝີປາຍ, ສະໜັບສະໜູນໃຫ້ອົງການສະຫະປະຊາຊາດເສີມຂະຫຍາຍບົດບາດແກນກາງໃນວຽກງານສາກົນ.

 

ທ່ານອັນໂຕນີໂອ ກູເຕັເຣັສກ່າວວ່າ: ຂອບໃຈຕໍ່ຈີນທີ່ໃຫ້ການສະໜັບສະໜູນຢ່າງໝັ້ນໜຽວເຂົ້າໃນພາລະກິດຂອງອົງການສະຫະປະຊາຊາດ, ຊົມເຊີຍຂໍ້ລິເລີ່ມສຳຄັນທີີ່ສະເໜີໂດຍທ່ານປະທານສີຈິ້ນຜີງໃນລະດັບສູງ, ຄອງຄອຍຈີນນຳພາທົ່ວໂລກກ້າວເດີນໄປຂ້າງໜ້າຢ່າງຖືກຕ້ອງ.

 

ໃນເວລາພົບປະກັບທ່ານອັນໂຕນີ ບລິນເກນ, ທ່ານຮານເຈິ້ງກ່າວວ່າ: ການພັດທະນາຂອງຈີນສຳລັບອາເມຣິກາແມ່ນໂອກາດບໍ່ແມ່ນການທ້າທາຍ, ແມ່ນການເພີ່ມຜົນປະໂຫຍດບໍ່ແມ່ນຄວາມສ່ຽງ, ສອງຝ່າຍສາມາດສ້າງຜົນສຳເລັດຮ່ວມກັນແລະໄດ້ຮັບຄວາມຈະເລີນຮຸ່ງເຮືອງນຳກັນ. ຫວັງວ່າອາເມຣິກາຈະເດີນຕາມທິດທາງດຽວກັນກັບຈີນ, ປະຕິບັດການກະທຳດ້ານການເພີ່ມທະວີຄວາມເຂົ້າໃຈກັນແລະການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດຫຼາຍກວ່າເກົ່າ, ຊຸກຍູ້ໃຫ້ການພົວພັນລະຫວ່າງຈີນ-ອາເມຣິກາກັບຄືນສູ່ວົງໂຄຈອນຢ່າງດີງາມແລະໝັ້ນທ່ຽງ.

 

ທ່ານອັນໂຕນີ ບລີນເກນກ່າວວ່າ, ອາເມຣິກາຄອງຄອຍເພີ່ມທະວີການແລກປ່ຽນ, ຄວບຄຸມຄວາມຂັດແຍ້ງ, ຊຸກຍູ້ການຮ່ວມມືກັບຈີນ, ພັດທະນາການພົວພັນລະຫວ່າງອາເມຣິກາ-ຈີນຢ່າງໝັ້ນທ່ຽງ.