ນາຍົກລັດຖະມົນຕີລາວ: ປະສານສົມທົບກັບຈີນຕ້ານອາດຊະຍາກຳຂ້າມຊາດ ແລະອາດຊະຍາກຳຫຼອກລວງທາງໂທລະຄົມ

2023-09-20 15:41:04 cri

 

ງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 20 ແລະກອງປະຊຸມສຸດຍອດການຄ້າ ແລະການລົງທຶນຈີນ-ອາຊຽນຄັ້ງທີ 20 ໄດ້ຈັດຂຶ້ນຢູ່ນະຄອນນານນີງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນລະຫວ່າງວັນທີ 16 ຫາ 19 ກັນຍານີ້, ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ລາວ ແລະຈີນໄດ້ຮັກສາການຮ່ວມມືມິດຕະພາບໃນຂົງເຂດຕ່າງໆ, ລວມທັງຂົງເຂດປ້ອງກັນຄວາມສະຫງົບ, ລາວຈະປະສານສົມທົບກັບຈີນຕ້ານອາດຊະຍາກຳຂ້າມຊາດ, ອາດຊະຍາກຳຫຼອກລວງທາງໂທລະຄົມ ແລະອື່ນໆ.

 

ທ່ານກ່າວຕື່ມວ່າ: ລາວເປັນປະເທດປະທານໝູນວຽນຂອງອາຊຽນໃນປີ 2024, ມີແຜນຈະເພີ່ມທະວີການເຊື່ອມຈອດກັນກັບຈີນ ແລະປະເທດສະມາຊິກອາຊຽນ. ຈະຊຸກຍູ້ການສົ່ງອອກຜະລິດຕະພັນກະສິກຳຫຼາຍກວ່າເກົ່າໄປສູ່ຈີນ, ຂະນະທີ່ຕ້ອນຮັບວິສາຫະກິດຈີນຫຼາຍກວ່າເກົ່າເຂົ້າມາລົງທຶນຢູ່ລາວ.

 

ທ່ານກ່າວຕື່ມອີກວ່າ: ໂດຍຜ່ານງານວາງສະແດງສິນຄ້າຈີນ-ອາຊຽນ, ຜະລິດຕະພັນຂອງລາວໄດ້ເປັນທີ່ຮູ້ຈັກຂອງປະຊາຊົນຫຼາຍຂຶ້ນ, ວິສາຫະກິດລາວຍັງໄດ້ຮັບຮູ້ຄວາມຕ້ອງການຂອງຕະຫຼາດຈີນ ແລະປະເທດສະມາຊິກອາຊຽນອື່ນໆ, ໄດ້ຮັບບົດຮຽນອັນລ້ຳຄ່າຫຼາຍດ້ານ.