ແຈ້ງການປະກາດຮັບສະໝັກພະນັກງານປະຈຳພະແນກກົງສຸນຂອງສະຖານທູດຈີນປະຈຳລາວ

2023-09-20 17:27:04 cri

ໜຶ່ງ,ເງື່ອນໄຂຮັບສະໝັກ: (1) ເພດຊາຍສັນຊາດຈີນຫຼືສັນຊາດລາວ; (2) ຮຽນຈົບໂຮງຮຽນວິຊາຊີບຊັ້ນສູງຫຼືມະຫາວິທະຍາໄລ,ນັກສຶກສາທີ່ຫາກໍຮຽນຈົບຫຼືນັກສຶກສາຈີນທີ່ຮຽນຢູ່ລາວຈະໄດ້ຮັບບຸລິມະສິດກ່ອນ; (3)ຄວາມສາມາດດ້ານການໃຊ້ພາສາຈີນແລະພາສາລາວຢູ່ໃນລະດັບດີ,ລະດັບການອ່ານແລະແປພາສາອ່າວສູງ; (4)ສາມາດໃຊ້ໄມໂຄຊອ໋ບ office ແລະຊັອຟແວເຮັດວຽກອື່ນໆໄດ້ເປັນຢ່າງດີ; (5) ມີສະຕິໃນດ້ານການໃຫ້ບໍລິການທີ່ດີ,ມີຄວາມຮັບຜິດຊອບສູງ,ເກັ່ງໃນການຕິດຕໍ່ພົວພັນແລະປະສານງານ; (6)ບໍ່ມີປະຫວັດກ່ຽວກັບການກໍ່ອາດຊະຍາກຳ,ສາມາດເຮັດວຽກຢູ່ລາວໄດ້ຢ່າງຖືກຕ້ອງຕາມກົດໝາຍ. ສອງ, ເອກະສານກ່ຽວກັບການຮັບສະໝັກ: (1)ຊີວະປະຫວັດຫຍໍ້ຂອງຕົນເອງ(ສະບັບພາສາຈີນ,ຕ້ອງມີຂໍ້ມູນພື້ນຖານຂອງຕົນຢ່າງຈະແຈ້ງ ລວມທັງປະສົບການເຮັດວຽກ,ສະພາບການສຶກສາແລະສະພາບສະມາຊິກຄອບຄົວພ້ອມດ້ວຍເບີໂທລະສັບຂອງຕົນ)(2)ເລກບັດປະຈຳຕົວ; (3)ໃບຢັ້ງຢືນການສຶກສາ; (4)ຮູບເຄິ່ງໂຕຂະໜາດ 4*6 1 ໃບ. ສາມ,ວິທີການສະເໜີຊື່ແລະເວລາໝົດກຳນົດ: (1)ສະເໜີຊື່ໂດຍຜ່ານອິເມວ: ໃຫ້ສະແກນເອກະສານແລ້ວສົ່ງໄປຍັງ consulate_lao@mfa.gov.cn ,ຫົວຂໍ້ອິເມວໃສ່ເປັນ “ຕຳແໜ່ງລູກຈ້າງ+ຊື່ແລະນາມສະກຸນຂອງຕົນ”. (2) ເວລາໝົດກຳນົດຂອງການສະເໜີຊື່: ວັນທີ 30 ຕຸລາປີ 2023. ສີ່, ການສອບເສັງທາງລາຍລັກອັກສອນແລະປາກເປົ່າ, ພາຍຫຼັງໄດ້ຕົກລົງບັນຊີລາຍຊື່ຜູ້ມີສິດເຂົ້າສອບເສັງແລ້ວຈະຈັດການສອບເສັງຜ່ານທາງລາຍລັກອັກສອນແລະປາກເປົ່າ,ສ່ວນເວລາສອບເສັງຈະແຈ້ງໃຫ້ຮູ້ຕ່າງຫາກ.ຜູ້ຮັບສະໝັກຕ້ອງເຂົ້າຮ່ວມການສອບເສັງຜ່ານທາງລາຍລັກອັກສອນແລະປາກເປົ່າຕາມເວລາທີ່ແຈ້ງໄວ້,ຖ້າບໍ່ດັ່ງນັ້ນຈະຖືວ່າສະລະສິດ. ຫຼັງຈາກຜ່ານການສອບເສັງປາກເປົ່າແລ້ວ,ສອງຝ່າຍຈະເປິກສາຫາລືກ່ຽວກັບການເຊັນສັນຍາຈ້າງ.