ເລີ່ມດຳເນີນການລາດຕະເວນຮ່ວມເພື່ອປະຕິບັດກົດໝາຍຕາມລຳແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາແລະໄທຄັ້ງທີ 133

2023-09-20 15:01:19 CRI

 

ວັນທີ 19 ກັນຍານີ້, ພະແນກປ້ອງກັນຄວາມສະຫງົບແຂວງຢູນໜານຈີນປະກາດວ່າ: ໃນມື້ດຽວກັນ, ຄຽງຄູ່ກັບກຳປັ່ນປະຕິບັດກົດໝາຍຈີນ 3 ລຳອອກເດີນທາງຈາກທ່າກຳປັ່ນຕຳຫຼວດຈີງຮ່າກິ່ງແຂວງສິບສອງພັ່ນນາຈີນ ແລະກຳປັ່ນປະຕິບັດກົດໝາຍລາວ 1 ລຳອອກເດີນທາງຈາກທ່າກຳປັ່ນບ້ານຊຽງກົກຂອງລາວ, ການລາດຕະເວນຮ່ວມເພື່ອປະຕິບັດກົດໝາຍຕາມລຳແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາແລະໄທຄັ້ງທີ 133 ໄດ້ເລີ່ມດຳເນີນຂຶ້ນຢ່າງເປັນທາງການແລ້ວ.

 

ການເຄື່ອນໄຫວຄັ້ງນີ້ຈະປະຕິບັດຜ່ານຮູບແບບການລາດຕະເວນທີ່ມີການແບ່ງເຂດແລະການລາດຕະເວນຮ່ວມທົ່ວສາຍ, ຄາດຄະເນວ່າຈະໃຊ້ເວລາ 4 ວັນ 3 ຄືນ.