ອັດງານວາງສະແດງສິນຄ້າຈີນ-ອາຊຽນ ແລະ ກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນຈີນ-ອາຊຽນຄັ້ງທີ 20

2023-09-20 14:43:45 CRI


ວັນທີ 19 ກັນຍານີ້, ງານວາງສະແດງສິນຄ້າຈີນ-ອາຊຽນ ແລະ ກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນຈີນ-ອາຊຽນຄັ້ງທີ 20ທີ່ຈັດຂຶ້ນຢູ່ນະຄອນນານໜິງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີໄດ້ອັດລົງ.

 

ໃນກອງປະຊຸມຖະແຫຼງຂ່າວອັດງານວາງສະແດງ, ທ່ານເວີຍຈ່າວຫຸ່ຍ ຫົວໜ້າກອງເລຂາງານວາງສະແດງສິນຄ້າຈີນ-ອາຊຽນໃຫ້ຮູ້ວ່າ, ໃນງານຄັ້ງນີ້ໄດ້ເຊັນສັນຍາຮ່ວມມືດ້ານການລົງທຶນ 470 ໂຄງການ, ຍອດມູນຄ່າການລົງທຶນມີເຖິງ 487,3 ຕື້ຢວນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ຄັ້ງຜ່ານມາ. ບຣູໄນໄດ້ເຊັນສັນຍາຈັດຊື້ເຮືອບິນໃຫຍ່ 30 ລຳທີ່ຜະລິດໂດຍຈີນ ເຊິ່ງມີມູນຄ່າຫຼາຍກວ່າ 2 ຕື້ໂດລາ, ເຊິ່ງເປັນໃບສັ່ງຊື້ສິນຄ້າໃຫຍ່ທີ່ສຸດໃນປະຫວັດສາດຂອງ ງານວາງສະແດງສິນຄ້າຈີນ-ອາຊຽນ.ລວມມີວິສາຫະກິດ 1953 ແຫ່ງຈາກ 46 ປະເທດເຂົ້າຮ່ວມງານວາງສະແດງ, ເພີ່ມຂຶ້ນ 18,2% ເມື່ອທຽບໃສ່ຄັ້ງຜ່ານມາ, ໃນນັ້ນວິສາຫະກິດຕ່າງປະເທດມີ 738 ແຫ່ງ, ເປັນວິສາຫະກິດຂອງປະເທດສະມາຊິກອາຊຽນ 644 ແຫ່ງ.

 

ອີງຕາມການຕົກລົງໃນເບື້ອງຕົ້ນໃຫ້ຮູ້ວ່າ, ງານວາງສະແດງສິນຄ້າຈີນ-ອາຊຽນ ແລະ ກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນຈີນ-ອາຊຽນ ຄັ້ງທີ 21 ຈະຈັດຂຶ້ນຢູ່ນະຄອນເຈີ້ງໂຈ່ວແຂວງເຫີນານຈີນລະຫວ່າງວັນທີ 23 – 27 ກັນຍາ ປີ 2024.